
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ກູບາ
ພາບ:vietnam+
ພາບ:vietnam+
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ມີຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກູບາ ຈະປະກອບສ່ວນຊຸກຍູ້ການພົວພັນອ້າຍນ້ອງ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຄວາມສາມັກຄີບໍລິສຸດຜຸດຜ່ອງລະຫວ່າງພັກ,ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ແລະ ກູບາ. ທ່ານເລຂາທິການໃຫຍ່ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະຮຽງບ່າງຮຽງໄຫລ່ ພ້ອມກັບ ກູບາ ໃນກິດຈະການອັບເດັດຮູບແບບພັດທະນາເສດຖະກິດສັງຄົມ, ພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນ, ນັບທັງຜົນສຳເລັດ ແລະ ຂໍ້ຈຳກັດ ຊຶ່ງຫວຽດນາມ ໄດ້ຖອດຖອນມາໄດ້ໃນກວ່າ 30 ປີດຳເນີນກິດຈະການປ່ຽນແປງໃຫມ່. ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ກູບາ ໂດຍທ່ານປະທານ Raun Castro ນຳຫນ້າ ປະຊາຊົນ ກູບາ ອ້າຍນ້ອງ ຈະຜ່ານຜ່າທຸກສິ່ງທ້າທາຍ, ສືບຕໍ່ຍາດໄດ້ໄຊຊະນະໃຫມ່ອັນໃຫຍ່ຫລວງກວ່າອີກໃນພາລະກິດປະຕິວັດຂອງຕົນ ເພື່ອຈຸດໝາຍສ້າງສັງຄົມນິຍົມໃຫ້ຈະເລີນຮຸ່ງເຮືອງ ແລະ ໝັ້ນຄົງ.
(ແຫຼ່ງຄັດຈາກ VOV)