• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ມາ​ຢ້ຽມ​ຢາມ ຫວຽດ​ນາມ

ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານກັບ ຫວຽດນາມ ລວມມີການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ແລະ ສົມທົບກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ຄືການຄ້າມະນຸດ ແລະ ອາດຊະຍາກຳຂ້າມຊາດ.
ທ່ານນາງ Uzra Zeya ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: Ifeng)

ທ່ານນາງ Uzra Zeya ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບຄວາມໝັ້ນຄົງພົນລະເຮືອນ, ປະຊາທິປະໄຕ ແລະ ມະນຸດສະທຳ ຈະມີການຢ້ຽມຢາມ ຫວຽດນາມ ແລະ ມາເລເຊຍໃນລະຫວ່າງວັນທີ 25 ສິງຫາ ຫາວັນທີ 31 ສິງຫາ. ນີ້ແມ່ນຂໍ້ມູນໂດຍກະຊວງການຕ່າງປະເທດ ອາເມລິກາ ຍົກອອກມາໃນວັນທີ 24 ສິງຫາ.

ຢູ່ຮ່າໂນ້ຍ, ທ່ານນາງ Uzra Zeya ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະເນັ້ນໜັກເຖິງກຳລັງແຮງ ແລະ ຄວາມຂະຫຍັນຂັນເຄື່ອນຂອງການພົວພັນ ອາເມລິກາ - ຫວຽດນາມ ເພື່ອບັນລຸໄດ້ບັນດາເປົ້າໝາຍລວມແມ່ນ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນ ຢູ່ພາກພື້ນ ແລະ ໂລກ. ທີ່ການພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງ ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານກັບ ຫວຽດນາມ ລວມມີການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ແລະ ສົມທົບກັນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ຄືການຄ້າມະນຸດ ແລະ ອາດຊະຍາກຳຂ້າມຊາດ.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top