• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ອາ​ຣັບ ເອມ​ມີ​ເລດ

ວັນທີ 3 ພຶດສະພາ, ໃນຂອບເຂດການເຄື່ອນໄຫວຢູ່ສະຫະລັດ ອາຣັບ ເອມມີເລດ (UAE), ພາຍຫຼັງພິທີຕ້ອນຮັບຢູ່ທຳນຽບປະທານາທິບໍດີ, ຢູ່ນະຄອນຫຼວງ Abu Dhadi, ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ພົບປະກັບທ່ານປະທານາທິບໍດີ UAE, Sheikh Mohamed bin Zayed Al Nahyan.
  ທ່ານຮອງປະທານປະເທດ ຫວໍທິແອັງຊວັນ ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ສະຫະລັດ ອາຣັບ ເອມມີເລດ Sheikh Mohamed bin Zayed Al Nahyan (ພາບ: TTXVN)  

ນະທີ່ນີ້, ທ່ານປະທານາທິບໍດີ UAE ຢັ້ງຢືນວ່າ UAE ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ ອາຊີ  - ປາຊີຟິກ, ພ້ອມທັງມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ. ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຢາກເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ UAE.

        ສອງຝ່າຍເນັ້ນໜັກວ່າ ຕ້ອງໃຫ້ບຸລິມະສິດໃນການຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນບົນເວທີປາໄສຕ່າງໆ, ອົງການຈັດຕັ້ງສາກົນ ແລະ ພາກພື້ນ; ພ້ອມທັງເພີ່ມທະວີການຈັດກິດຈະກຳພົບປະແລກປ່ຽນປະຊົນ ແລະ ການສະແດງສິລະປະ, ວັດທະນະທຳ, ພິເສດແມ່ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - UAE ຄົບຮອບ 50 ປີ (1993 – 2023) ເພື່ອແນໃສ່ຮັດແໜ້ນໄມຕີຈິດມິດຕະພາບ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ພ້ອມດຽວກັນນັ້ນ, ສອງຝ່າຍກໍສູ້ຊົນບັນລຸວົງເງິນການຄ້າສອງສົ້ນໃຫ້ໄດ້ 10 ຕື້ USD ໃນອະນາຄົດໃກ້ໆນີ້ ແລະ ສູງກວ່າອີກໃນຊຸມປີຕໍ່ໄປ.

 

(ແຫຼ່ງຄັດຈາກ VOV)

ອາ​ຊຽນ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ສະ​ກັດ​ກັ້ນ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ

ອາ​ຊຽນ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ສະ​ກັດ​ກັ້ນ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ

ທ່ານ Arief Prasetyo Adi ຜູ້ນຳອົງການສະບຽງອາຫານແຫ່ງຊາດ ອິນໂດເນເຊຍ (NFA) ໃຫ້ຮູ້ວ່າ ອິນໂດເນເຊຍ ແລະ ບັນດາປະເທດ ອາຊຽນ ຕ້ອງມີການກະທຳຢ່າງລະອຽດເພື່ອແກ້ໄຂຄວາມສ່ຽງດ້ານວິກິດການດ້ານສະບຽງອາຫານທົ່ວໂລກ

Top