• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົ​ນ​ຕ​ີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໃຫ​້​ການ​ຕ້ອນ​ຮັບ​ລາ​ຊະ​ທິ​ດາ ຊູ​ແອດ

ທ່ານຮອງນາຍົດລັດຖະມົນຕີໄດ້ສະແດງຄວາມເຊື່ອໝັ້ນວ່າ ຄະນະວິສາຫະກິດ ຊູແອດທີ່ໄປນຳ ລາຊະທິດາໃນຄັ້ງນີ້ຈະລົງນາມໄດ້ຂໍ້ຕົກລົງ, ສັນຍາການຮ່ວມມືຫຼາຍສະບັບກັບຄູ່ຮ່ວມມື ຫວຽດນາມ, ປະກອບສ່ວນຊຸກຍູ້ການຄ້າ - ການລົງທຶນສອງຝ່າຍ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ແລະ ລາຊະທິດາ Victoria Ingrid Alice Desiree ຊູແອດ (ພາບ:ຕວນແອັງ/Thế giới&Việt Nam)

ຕອນເຊົ້າວັນທີ 7 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບ ລາຊະທິດາ Victoria Ingrid Alice Desiree ຂອງ  ຊູແອດ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນລະຫວ່າງ ວັນທີ 6 – 8 ພຶດສະພາ, ທີ່ການພົບປະ, ລາຊະທິດາ Victoria Ingrid Alice Desiree ໃຫ້ຮູ້ວ່າ ນີ້ເປັນຄັ້ງທຳອິດທີ່ມີວິສາຫະກິດຫຼາຍແຫ່ງເຂົ້າຮ່ວມນຳ. ສອງຝ່າຍໄດ້ແລກປ່ຽນ, ຮັບຟັງຄວາມຄິດເຫັນ ຂອງວິສາຫະກິດເພື່ອພ້ອມກັນຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນ, ການສຶກສາ, ໂທລະຄົມມະນາຄົມ, ຕົວເມືອງອັດສະລິຍະ… ທ່ານຮອງນາຍົດລັດຖະມົນຕີໄດ້ສະແດງຄວາມເຊື່ອໝັ້ນວ່າ ຄະນະວິສາຫະກິດ ຊູແອດທີ່ໄປນຳ ລາຊະທິດາໃນຄັ້ງນີ້ຈະລົງນາມໄດ້ຂໍ້ຕົກລົງ, ສັນຍາການຮ່ວມມືຫຼາຍສະບັບກັບຄູ່ຮ່ວມມື ຫວຽດນາມ, ປະກອບສ່ວນຊຸກຍູ້ການຄ້າ - ການລົງທຶນສອງຝ່າຍ.

        ແລະ ກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ ກອງປະຊຸມສຸດຍອດທຸລະກິດ: ຄູ່ຮ່ວມມືເພື່ອການພັດທະນາແບບຍືນຍົງ ແລະ ການປ່ຽນແປງໃໝ່ປະດິດສ້າງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໃຫ້ຮູ້ວ່າ ຫວຽດນາມ ພວມປັບປຸງລະບົບກົດໝາຍ, ສະຖຽນລະພາບ, ຈະແຈ້ງກວ່າອີກຜ່ານແຕ່ລະບາດກ້າວ, ເພື່ອກາຍເປັນຈຸດນັດພົບດຶງດູດໄດ້ນັກລົງທຶນຫຼາຍຄົນໃນທົ່ວປະເທດ ເວົ້າລວມ ກໍ່ຄືມາຈາກສະຫະພາບເອີລົບ ແລະ ຊູແອດເວົ້າສະເພາະ.

(ແຫຼ່ງຄັດຈາກ VOV)


ນັບ​ໝຶ່ນ​ຄົນ​ຫຼັ່ງ​ໄຫຼມາ ວາ​ຕີ​ກັງ ເພື່ອ​ອຳ​ລາ​ສັນ​​ຕະ​ປະ​ປາ Francis

ນັບ​ໝຶ່ນ​ຄົນ​ຫຼັ່ງ​ໄຫຼມາ ວາ​ຕີ​ກັງ ເພື່ອ​ອຳ​ລາ​ສັນ​​ຕະ​ປະ​ປາ Francis

ວັນທີ 23 ເມສາ, ມີປະມານ 20.000 ຄົນ ທີ່ມາຈາກທົ່ວທຸກສາລະທິດໃນໂລກມາລຽນແຖວເປັນຫຼາຍຊົ່ວໂມງຢູ່ ສະໜາມຫຼວງ ນັກບຸນ Peter ເພື່ອແສະແດງຄວາມເຄົາລົບນັບຖືຕໍ່ສັນຕະປະປາ Francis.

Top