• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ: ຫວຽດນາມ ສູ້ຊົນເພື່ອສະພາບແວດລ້ອມບໍ່ມີຢາເສບຕິດ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງຍູ້ແຮງການຮ່ວມມືສາກົນ ແລະ ການສຳຜັດຮອບດ້ານ, ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງການສະໜອງ ແລະ ຄວາມຕ້ອງການຂອງຢາເສບຕິດ.
ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ

ວັນທີ 7 ກໍລະກົດ, ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ຂັ້ນລັດຖະມົນຕີກ່ຽວກັບການຮັບມືກັບໄພນາບຂູ່ຈາກຢາເສບຕິດ. ກອງປະຊຸມໄດ້ຈັດຂຶ້ນຕາມຂໍ້ລິເລີ່ມຂອງທ່ານ Antony Blinken, ລັດຖະມົນຕີການຕ່າງປະເທດ ອາເມລິກາ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 70 ປະເທດ ແລະ ການນຳບາງອົງການສາກົນທີ່ກ່ຽວຂ້ອງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງຍູ້ແຮງການຮ່ວມມືສາກົນ ແລະ ການສຳຜັດຮອບດ້ານ, ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງການສະໜອງ ແລະ ຄວາມຕ້ອງການຂອງຢາເສບຕິດ. ພ້ອມນັ້ນ, ທ່ານລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນຄວນໜູນຊ່ວຍປະຕິບັດສົນທິສັນຍາພື້ນຖານກ່ຽວກັບຢາເສບຕິດ 3 ສະບັບໃຫ້ເປັນຢ່າງດີ ແລະ ຊ່ວຍເພີ່ມທະວີບົດບາດຂອງຄະນະກຳມະການຄວບຄຸມຢາເສບຕິດຂອງ ສປຊ (CND) ໃຫ້ດີກ່ວາອີກ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີວ່າ: ສາກົນຄວນເອົາໃຈໃສ່ເພີ່ມທະວີການໜູນຊ່ວຍບັນດາປະເທດພວມພັດທະນາກ່ຽວກັບການແບ່ງປັນຂໍ້ມູນ, ຍົກສູງກຳລັງຄວາມສາມາດ, ແຫຼ່ງກຳລັງ, ເຕັກໂນໂລຊີ , ແລະ ຖືວ່າ ເພື່ອແກ້ໄຂບັນຫາ ຢາເສບຕິດແບບຍືນຍົງນັ້ນ ຄວນເພີ່ມທະວີບັນດາມາດຕະການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຍົກສູງລະດັບການສຶກສາ ແລະ ສ້າງວຽກເຮັດງານທຳ, ພິເສດແມ່ນສຳລັບຊາວໜຸ່ມ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top