• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ອວງຈູລຶວ ເຂົ້າຮ່ວມພິທີພົບປະ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ລັດເຊຍ

ຕອນບ່າຍວັນທີ 7 ພະຈິກ, ທີ່ ຮ່າໂນ້ຍ, ທ່ານ ຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລຶວ ໄດ້ ເຂົ້າຮ່ວມການພົບປະສັງສັນ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ລັດເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 101 ປີ ແຫ່ງການປະຕິວັດເດືອນ ຕຸລາ ລັດເຊຍ (7 ພະຈິກ 1917- 7 ພະຈິກ 2018).

ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ກ່າວຄຳເຫັນທີ່ການພົບປະ (ພາບ:TTXVN)

ກ່າວຄຳເຫັນທີ່ການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ສະແດງຄວາມປິຕິຊົມຊື່ນ ຕໍ່ສາຍພົວພັນອັນໝັ້ນແກ່ນ, ນ້ຳໃຈອ້າຍນ້ອງລະຫວ່າງສອງປະເທດ ຫວຽດນາມ - ລັດເຊຍ, ໃນນັ້ນ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ລັດເຊຍ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແມ່ນບັນດາປັດໄຈສຳຄັນທີ່ສຸດ ໃນເລື່ອງເພີ່ມທະວີນ້ຳໃຈມິດຕະພາບ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດກວ່າອີກ. ທ່ານຮອງປະທານສະພາແຫ່ງຊາດ ປາຖະໜາວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການເຄື່ອນໄຫວດ້ານວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ແລະ ການພົວພັນປະຊາຊົນ, ໃນນັ້ນ ຄວາມໃກ້ຊິດຕິດພັນ, ສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ລັດເຊຍ ແລະ ກຸ່ມສະມາຊິກສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ແມ່ນຈຳເປັນທີ່ສຸດ.

ທີ່ການພົບປະສັງສັນ, ບັນດາຜູ້ແທນໄດ້ຫວນຄືນບັນດາການສະເຫຼີມສະຫຼອງ, ມູນເຊື້ອ, ສາຍພົວພັນພິເສດ, ບັນດາອາລົມຈິດ, ການປະກອບສ່ວນອັນໃຫຍ່ຫຼວງຂອງພັກ, ລັດຖະບານ, ປະຊາຊົນ ໂຊຫວຽດ ກ່ອນໜ້ານີ້ ແລະ ສະຫະພັນລັດເຊຍໃນປັດຈຸບັນ ຕໍ່ກັບການປະຕິວັດ ຫວຽດນາມ, ສຳລັບປະເທດຊາດ ແລະ ປະຊາຊົນ ຫວຽດນາມ; ພ້ອມນັ້ນແບ່ງປັນປະສົບການຕົວຈິງໃນວຽກງານການຕ່າງປະເທດ, ແຜນການປະຕິບັດບັນດາການເຄື່ອນໄຫວແລກປ່ຽນສອງປະເທດ…

(ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top