• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລີວ ໃຫ້ການຕ້ອນຮັບຄະນະຜູ້ແທນສານສູງສຸດ ໄທ

      ວັນທີ 22 ກຸມພາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານ ຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລີວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສານສູງສຸດ ໄທ ໂດຍທ່ານ ຈິບ ຈຸລາມົນ, ປະທານສານສູງສຸດ ໄທ ເປັນຫົວໜ້າຄະນະ, ໃນໂອກາດຄະນະມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ (ພາບ: Quochoi.vn)
            ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດເຖິງບົດບາດ ແລະ ການເຄື່ອນໄຫວຂອງບັນດາອົງການຕຸລາການ. ໃນໄລຍະທີ່ຜ່ານມາ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາກົດໝາຍສຳຄັນຫຼາຍສະບັບໃນຂົງເຂດຕຸລາການຄື: ກົດໝາຍປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ(ສະບັບປັບປຸງ), ກົດໝາຍວ່າດ້ວຍການອະໄພຍາໂທດ… ຫວັງ ວ່າສານສູງສຸດຂອງທັງສອງປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງສ້າງພະນັກງານຕຸລາການ…
            ສ່ວນທ່ານ ຈິບ ຈຸລາມົນ, ປະທານສານສູງສຸດ ໄທ ໃຫ້ຮູ້ວ່າ: ນີ້ເປັນຄັ້ງທີ່ສອງທີ່ທ່ານໄດ້ມາຢ້ຽມຢາມ ຫວຽດນາມ ແລະ ເຫັນໄດ້ວ່າ ຫວຽດນາມ ມີການພັດທະນາໃນຫຼາຍດ້ານ. ພ້ອມທັງເນັ້ນໜັກວ່າການເດີນທາງຢ້ຽມຢາມ ຄັ້ງນີ້ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງອົງການຕຸລະການຂອງສອງປະເທດໃຫ້ດີກ່າວອີກ,ຫັນ ບັນດາເນື້ອໃນທີ່ໄດ້ຮັບການເຫັນດີເປັນເອກະພາບໃນບົດບັນທຶກຊ່ວຍຈຳເພື່ອຄວາມຮ່ວມມືລະຫວ່າງສານສູງສຸດຂອງທັງສອງປະເທດໃຫ້ປະກົດຜົນເປັນຈິງ. ທ່ານ ຈິບ ຈຸລາມົນ, ປະທານສານສູງສຸດ ໄທ ເຊື່ອໝັ້ນວ່າ ການພົວພັນຮວມມືລະຫວ່າງສານຂອງທັງສອງປະເທດຈະນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ, ພິເສດໃນຂົງເຂດບຳລຸງສ້າງພະນັກງານຕຸລາການ.
 (ແຫຼ່ງຄັດຈາກ VOV)

ປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທ່ານປະທານາທິບໍດີ ບຣາຊິນ ແມ່ນປະມຸກລັດຕ່າງປະເທດ ທຳອິດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນປີ 2025. ນີ້ກໍ່ແມ່ນຄັ້ງທີສອງ ທ່ານປະທານາທິບໍດີ ບຣາຊິນ ຢ້ຽມຢາມ ຫວຽດນາມໃນຖານະປະມຸກລັດ ບຣາຊີນ ພາຍຫລັງຄັ້ງທຳອິດໃນປີ 2008.

Top