• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດ ຟູ່ງກວ໊ກຫ໋ຽນ ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ

ຕອນເຊົ້າວັນທີ 01 ສິງຫາ, ທີ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວ໊ກຫ໋ຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ລາວ ໂດຍທ່ານ ວິໄລວົງ ບຸດດາຄຳ ຫົວໜ້າກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 27 ກໍລະກົດ - ວັນທີ 03 ສິງຫາ.
  ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວ໊ກຫ໋ຽນ ໄດ້ຕີລາຄາການຢ້ຽມຢາມ ແລະ ເຮັດວຽກຂອງຄະນະວ່າໄດ້ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງກຳມາທິການການເງິນ - ງົບປະມານຂອງສະພາແຫ່ງຊາດ ຫວຽດນາມ ແລະ ກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ຕື່ມອີກ ກໍ່ຄືການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ.

 ທ່ານ ຟູ່ງກວ໊ກຫ໋ຽນ  ແລະ ທ່ານ ວິໄລວົງ ບຸດດາຄຳ (ພາບ: quochoi.vn)

ສ່ວນທ່ານ ວິໄລວົງ ບຸດດາຄຳ ຫົວໜ້າກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ປາດຖະໜາວ່າ ກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ແລະ ກຳມາທິການການເງິນ - ງົບປະມານຂອງສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນ ຮັດແໜ້ນການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ ລາວ - ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ອະ​ດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ ແລະ ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ອະ​ດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ ແລະ ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ລາວ

ຮອດຕອນຄ່ຳວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສປປ. ລາວ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ແຕ່ວັນທີ 9 – 10 ມັງກອນ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຢ່າງເປັນທາງການ.

Top