• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດດັ້ງທິງອັກທິ້ງຕ້ອນຮັບປະທານສະມາຄົມມິດຕະພາບລາວ-ຫວຽດນາມ

ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ໂດຍສືບຕໍ່ການຢ້ຽມຢາມປະເທດສປປ.ລາວ ຢ່າງເປັນທາງການ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບທ່ານ ວິໄລວົງ ບຸດດາຄຳ, ປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ, ຫົວໜ້າກຳມາທິການການເງິນ, ງົບປະມານ, ກວດສອບຂອງສະພາແຫ່ງຊາດລາວ, ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ.


ທ່ານຮອງປະທານປະເທດດັ້ງທິງອັກທິ້ງຕ້ອນຮັບປະທານສະມາຄົມມິດຕະພາບລາວ-ຫວຽດນາມ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢືນຢັນວ່າ, ຍາມໃດພັກ ແລະ ລັດຫວຽດນາມ ກໍສ້າງເງື່ອນໄຂສະດວກໃຫ້ແກ່ສະມາຄົມມິດຕະພາບຫວຽດນາມ - ລາວ ພ້ອມກັນສົມທົບກັບສະມາຄົມມິດຕະພາບລາວ - ຫວຽດນາມ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ, ໃນໄລຍະຈະມາເຖິງ 2 ສະມາຄົມມິດຕະພາບ ສືບຕໍ່ສົມທົບກັນ ເປັນຢ່າງດີກວ່າກ່ຽວກັບວຽກງານໂຄສະນາກ່ຽວກັບນ້ຳໃຈສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ.

      ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມພິທີອຳລາ ໂດຍທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດລາວ ເປັນປະທານ, ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ 2 ວັນຢ່າງຈົບງາມ, ເດີນທາງໄປຢ້ຽມຢາມແຂວງ ຫຼວງພະບາງ.

      ຕອນບ່າຍວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ແລະ ຄະນະຜູ້ແທນໄດ້ໄປຮອດຫຼວງພະບາງ, ເລີ່ມຕົ້ນການຢ້ຽມຢາມຕໍ່ໄປໃນຂອບເຂດການຢ້ຽມຢາມສປປ.ລາວ ຢ່າງເປັນທາງການ. ທີ່ການຕ້ອນຮັບທ່ານ ຄຳຂັນ ຈັນທະວິສຸກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງພະບາງ, ທ່ານນາງຮອງປະທານປະເທດ ຢືນຢັນວ່າ, ບົນຈິດໃຈຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງທີ່ສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນຫວຽດນາມ - ລາວ, ພັກ ແລະ ລັດຫວຽດນາມ ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກກ່ຽວກັບກົນໄກ, ນະໂຍບາຍ ເພື່ອຊຸກຍູ້, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດ, ໃນນັ້ນມີບັນດາແຂວງ, ນະຄອນຂອງຫວຽດນາມ ກັບແຂວງຫຼວງພະບາງ.

      ສ່ວນທ່ານ ຄຳຂັນ ຈັນທະວິສຸກ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງແຂວງ, ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງບັນດາແຂວງ, ນະຄອນຂອງຫວຽດນາມ ທີ່ສະຫງວນໃຫ້ແຂວງຫຼວງພະບາງ, ປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບທ້ອງຖິ່ນຕ່າງໆຂອງຫວຽດນາມ ກວ່າອີກ, ໂດຍສະເພາະແມ່ນໃນຂົງເຂດທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)


ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top