• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບຜູ້ວ່າການເຂດແຄ້ວນ ອົດສະຕາລີ ເໜືອ

ຕອນເຊົ້າວັນທີ 07 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານ Michael Gunner ຜູ້ວ່າການເຂດແຄ້ວນ ອົດສະຕາລີ ເໜືອ ທີ່ພວມ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 6 – 9 ພະຈິກ 2018.

ທ່ານ ຟ້າມບີງມິງ  ແລະ ທ່ານ Michael Gunner (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ຖືວ່າ: ເຂດແຄ້ວນ ອົດສະຕາລີເໜືອ ມີຄວາມສາມາດບົ່ມຊ້ອນຮ່ວມມືອັນໃຫຍ່ຫລວງ ກ່ຽວກັບການເຊື່ອມຕໍ່ຄົມມະນາຄົມ ແລະ ການທ່ອງທ່ຽວກັບ ຫວຽດນາມ, ພິເສດແມ່ນບັນດາແຂວງທາງພາກໃຕ້ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງບັນດາຄວາມສົນໃຈຂອງ ຫວຽດນາມ ສຳລັບການພັດທະນາກະສິກຳເຕັກໂນໂລຊີສູງ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດ - ເຕັກໂນໂລຊີ.

        ສ່ວນທ່ານ Michael Gunner ຜູ້ວ່າການເຂດແຄ້ວນ ອົດສະຕາລີເໜືອ ຢືນຢັນວ່າ: ຖືເປັນສຳຄັນເພີ່ມທະວີການພົວພັນກັບ ຫວຽດນາມ, ພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາກັບ ຫວຽດນາມ ກ່ວາ. ພ້ອມທັງ ພິຈາລະນະເປີດກ້ວາງອອກສູ່ບັນດາຂົງເຂດຄົມມະນາຄົມ, ການທ່ອງທ່ຽວ…

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ແລະ ທ່ານ Michael Gunner ຜູ້ວ່າການເຂດແຄ້ວນ ອົດສະຕາລີເໜືອ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ແລະ ຫ້ອງການການຄ້າເຂດແຄ້ວນ ອົດສະຕາລີເໜືອ, ສ້າງຂອບເຂດການຮ່ວມມືລະຫວ່າງບັນດາວິສາຫະກິດ 2 ຝ່າຍໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top