• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຮັດວຽກກັບກົມໃຫຍ່ສະຖິຕິ


ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງເຫ້ວ 
ເຮັດ​ວຽກ​ກັບ​ກົມ​ໃຫຍ່​ສະ​ຖິ​ຕິ

(ພາບ: VGP)
      ​​ວັນ​ທີ 16/08, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງເຫ້ວ ໄ​ດ້​ມີ​ການ​ເຮັດ​ວຽກ​ກັບ​ກົມ​ໃຫຍ່​ສະ​ຖິ​ຕິ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຂະ​ແໜງ ໃນ​ໄລ​ຍະ 2016 – 2020. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ່າ: ກົມ​ໃຫຍ່​ສະ​ຖິ​ຕິ ຕ້ອງ​ຍູ້​ແຮງ​ການ​ເຄື່ອ​ນ​ໄຫວສື​ບ​ສວນ ແລະ ແກ້​ໄຂ​ການ​ສຳ​ຫຼວດ​ສະ​ຖິ​ຕິ; ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ສະ​ຖິ​ຕິ ແລະ ບັນ​ດາ​ແຜນ​ຮ່າງ​ຂອງ​ຂະ​ແໜງ, ນຳ​ໃຊ້​ມາດ​ຕະ​ການ​ສະ​ຖິ​ຕິ​ທີ່​ກ້າວ​ໜ້າ, ເຕັກ​ໂນ​ໂລ​ຊ​ີຂໍ້​ມູນ​ຂ່າວ​ສານ ແລະ ສື່ສານ… ​ຄຽງ​ຂ​້າງນັ້ນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້ກົມ​ໃຫຍ່​ສະ​ຖິ​ຕິ ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ແກ້​ໄຂ​ຂໍ້​ມ​ູນ​ຂອງ​ບັນ​ດາ​ການ​​ສຳ​ຫຼວດ​ເປັນ​ປະ​ຈຳ ແລະ ​ສຳ​ຫຼວດ​ສັງ​ລວ​ມເພື່ອ​ແນ​ໃສ່​ປະ​ກາດ​ໝາກ​ຜົນ​ຢ່າງ​ທັນ​ການ. ການ​ປະ​ຕິ​ບັດ​ແຜນ​ການ​ເຊື່ອມ​ໂຍງ​ສະ​ຖິ​ຕິ​ອາ​ຊຽນ: ຕີ​ລາ​ຄາ, ສະ​ຫຼຸບການ​ປະ​ຕິ​ບັດ​ແຜນ​ຮ່າງ​ເຊື່ອມ​ໂຍງສະ​ຖິ​ຕິອາ​ຊຽນ ໄລ​ຍະ 2016 – 2020. ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ທີ່​ກ້າວ​ໜ້າ​ ໃນ​ການ​ເຄື່ອນ​ໄຫວ​ຮັບ​ຂໍ້​ມູນ, ຂຸດ​ຄົ້ນ, ແບ່ງ​​ປະ​ເພດ, ແກ້​ໄຂ ແລະ ຮັກ​ສາ​ຂໍ້​ມູນ​ສະ​ຖິ​ຕິ…
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top