 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ
	ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ 
	ເຮັດວຽກກັບກົມໃຫຍ່ສະຖິຕິ
	(ພາບ: VGP) 
	      ວັນທີ 16/08, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ມີການເຮັດວຽກກັບກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການຜັນຂະຫຍາຍປະຕິບັດໜ້າທີ່ຂອງຂະແໜງ ໃນໄລຍະ 2016 – 2020. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ: ກົມໃຫຍ່ສະຖິຕິ ຕ້ອງຍູ້ແຮງການເຄື່ອນໄຫວສືບສວນ ແລະ ແກ້ໄຂການສຳຫຼວດສະຖິຕິ; ປະຕິບັດຍຸດທະສາດພັດທະນາສະຖິຕິ ແລະ ບັນດາແຜນຮ່າງຂອງຂະແໜງ, ນຳໃຊ້ມາດຕະການສະຖິຕິທີ່ກ້າວໜ້າ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ… ຄຽງຂ້າງນັ້ນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ກົມໃຫຍ່ສະຖິຕິ ຍູ້ແຮງຄວາມຄືບໜ້າໃນການແກ້ໄຂຂໍ້ມູນຂອງບັນດາການສຳຫຼວດເປັນປະຈຳ ແລະ ສຳຫຼວດສັງລວມເພື່ອແນໃສ່ປະກາດໝາກຜົນຢ່າງທັນການ. ການປະຕິບັດແຜນການເຊື່ອມໂຍງສະຖິຕິອາຊຽນ: ຕີລາຄາ, ສະຫຼຸບການປະຕິບັດແຜນຮ່າງເຊື່ອມໂຍງສະຖິຕິອາຊຽນ ໄລຍະ 2016 – 2020. ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານທີ່ກ້າວໜ້າ ໃນການເຄື່ອນໄຫວຮັບຂໍ້ມູນ, ຂຸດຄົ້ນ, ແບ່ງປະເພດ, ແກ້ໄຂ ແລະ ຮັກສາຂໍ້ມູນສະຖິຕິ…
	(ແຫຼ່ງຄັດຈາກ VOV)