• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເຈື່ອງຮ່ວາບີງ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 70 ປີໄຊຊະນະໂມກຮ້ວາ

ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະໂມກຮ້ວາໄດ້ຖືກຈັດຂຶ້ນມນຕອນເຊົ້າວັນທີ 18 ສິງຫາຢູ່ເທດບານກຽນເຕຶອງດ ແຂວງລອງອານ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈື່ອງຮ່ວາບີງ ມອບຂອງຂັວນໃຫ້ນັກປະຕິວັດອາວຸໂສ 
ກ່ອນນີ້ 70 ປີ, ໄຊຊະນະໂມກຮ້ວາ(ວັນທີ 18 ສິງຫາປີ 1948) ໄດ້ເຂົ້າສູ່ປະຫວັດສາດຄືດັ່ງຫຼັກໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມບົນເສັ້ນທາງແຫ່ງການຕໍ່ສູ້ປົດປ່ອຍຊາດ. ກ່າວຄຳເຫັນທີ່ ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈື່ອງຮ່ວາບີງ ໄດ້ຢືນຢັນວ່າ ພ້ອມກັບໄຊຊະນະຫວຽດບັກລະດູໃບໄມ້ຫຼົ່ນຕໍ່ລະດູໜາວປີ 1947, ບັັ້ນຮົບຊາຍແດນ 1950 , ໄຊຊະນະໂມກຮ້ວາ ໄດ້ເປັນການປຸກລຸກນ້ຳໃຈກອງທັບ ແລະ ປະຊາຊົນໃນທົ່ວປະເທດໃນຄາວນັ້ນ, ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ກອງທັບ ແລະ ປະຊາຊົນ 2 ພາກເໜືອ-ໃຕ້ ພ້ອມກັນສາມັກຄີ ກ້າວເດີນຢ່າງໝັ້ນຄົງເພື່ອ ສືບຕໍ່ຍາດໄດ້ບັນດາໄຊຊະນະທີ່ສະຫງ່າລາສີໃນປີຕໍ່ໄປ, ໃນນັ້ນປະກອບສ່ວນເຂົ້າໃນມະຫາໄຊລະດູບານໃໝ່ປີ 1975, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈື່ອງຮ່ວາບີງ ເນັ້ນໜັກວ່າ ອົງຄະນະພັກ, ກອງທັບ ແລະ ປະຊາຊົນແຂວງລອງອານ ຄວນສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ຮ່ວມແຮງຮ່ວມໃຈແຂ່ງຂັນຮັກຊາດ, ຂຸດຄົ້ນຄວາມສາມາດ, ທ່າໄດ້ປຽບຂອງແຂວງເພື່ອພັດທະນາເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top