• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຄະນະກຳມະການ Olympic ຫວຽດນາມ ຊຸດທີ 5


(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫວູ​ດຶກ​ດາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ​ໃຫຍ່)
      ​ຕອນ​ເຊົ້າ​ວັນ​ທີ 16/04, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີຫ​ວູ​ດຶກ​ດາມ ໄດ້​​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ຄະ​ນະ​ກຳ​ມະ​ການ Olympic ຫວຽດ​ນາມ​ ຊຸ​ດ​ທີ 5 (2016 - 2020), ເຊິ່ງ​ຖືກ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ. ໃນ​ອາ​ຍຸ​ການ​ໃໝ່ (2016 - 2020), ​ຄະ​ນະ​ກຳ​ມະ​ການ Olympic ຫວຽດ​ນາມ ໄດ້​ວາງ​ອອກ​ຄາດ​ໝາຍ​ຕົ້ນ​ຕໍ່​ແມ່ນ​ຍູ້​ແຮງ​ການ​ພັດ​ທະ​ນາ​ຂະ​ບວນ​ການ​ກິ​ລາ​ກາຍ​ຍະ​ກຳ​ໃຫ້​ທຸກ​ຄົນ. ມີ​ຄາດ​ໝາຍ​ສຳ​ຄັນ​ອີກ​ອັນ​ໜຶ່ງ​ແມ່ນ​ສືບ​ຕ​ໍ່​ຍົກ​ສູງ​ຜົນ​ງານ​ຂອງ​ບັນ​ດາປະ​ເພດ​ກິ​ລາຈຸດ​ສຸມ​ຕາມ​ທິດ​ສຳ​​ຜັດ​ກັບ​ຜົນ​ງານ​ຂ​ອງ​ທະ​ວີບ ແລະ ໂລກ. ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ​ໃຫຍ່, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫວູ​ດຶກ​ດາມ ເນັ້ນ​ໜັກ​ວ່າ.
        “ໃນ​ອາ​ຍຸ​ການ​ໃໝ່, ພວກ​ເຮົາ​​ພ້ອ​ມ​ກັ​ນເຊື່ອ​ໝັ້ນ​ວ່າ, ຄະ​ນະ​ກຳ​ມະ​ການ Olympic ຫວຽດ​ນາມ​ອາ​ຍຸ​ການ 2016 – 2020 ຈະ​ສືບ​ຕໍ່​ປະ​ຕິ​ບັດ​ບົດ​ບາດ, ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ, ເສີມ​ຂະ​ຫຍາຍ​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງພ້ອມ​ກັບ​ຂະ​ແໜງກິ​ລາ​ກາຍ​ຍະ​ກຳ. ມີ​​ຫຼາຍ​ນະ​ໂຍ​ບາຍກ່ຽວ​ກັບກິ​ລາ​ກາຍ​ຍະ​ກຳໃຫ້​ນັບ​ມື້​ນັບ​ດີກວ່າ, ປະ​ກອ​ບ​ສ່ວນ​ສ້າງ​ພື້ນ​ຖານ​ວັດ​ທະ​ນະ​ທຳ ແລະ ຊາວ​ຫວຽດ​ນາມ; ສືບ​ຕໍ່​ບືນ​ຕົວ​ຂຶ້​ນ​ໃນ​ທຸກ​ຂົງ​ເຂດ​ກິ​ລາ​ທີ່​ສະ​ຫງ​ວນ​ໃຫ້​ແກ່​ທຸກ​ຄົນ… ແລະ ພິ​ເສດ, ພວກ​ເຮົາ​ຕ້ອງ​ພ້ອ​ມ​ກັນ​ສ້າງ​ຈິດ​ໃຈ Olympic ໄດ້​ຊຶມ​ເລິກ​ໃນ​ທຸກ​ການ​​ເຄື່ອ​ນ​ໄຫວ ແລະ ໃຫ້​ກາຍ​ເປັນ​ການ​ກະ​ທຳ, ກ່ອນ​ອື່ນ​ໝົດ​ແມ່ນ​ໃນ​ຂະ​ແໜງ​ກິ​ລາ​ກາຍ​ຍະ​ກຳ ແລະ ຍິງກວ່ານັ້ນ​ແມ່ນ​ແຜ່​ລາມ​ໄປ​ສູ່​ທົ່​ວ​ສັງ​ຄົມ”.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top