• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຟ້າມບີ່ງມີງຕ້ອນຮັບປະທານອົງການຈັດຕັ້ງມະນຸດສະທຳສາກົນ, ອາເມລິກາ

      ໃນຕອນບ່າຍວັນທີ 7 ທັນວາ, ທ່ານ ຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕ້ອນຮັບ ບາດຫຼວງ Franklin Graham, ປະທານ ທັງເປັນຜູ້ອຳນວຍການຝ່າຍບໍລິຫານອົງການຈັດຕັ້ງມະນຸດສະທຳສາກົນ Samaritan’s Purse International Relief (SPIR, ອາເມລິກາ) ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີຟ້າມບີ່ງມີງຕ້ອນຮັບປະທານອົງການຈັດຕັ້ງມະນຸດສະທຳສາກົນ, ອາເມລິກາ
(ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ຊຸກຍູ້ບັນດາສິດທິມະນຸດ, ໃນນັ້ນມີສິດເສລີໃນການເຫຼື້ອມໃສ, ສາສະໜາ. ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ ປາດຖະໜາວ່າ ທ່ານ Franklin Graham ປະກອບສ່ວນຊຸກຍູ້ສາຍພົວພັນ ຫວຽດນາມ - ອາເມລິກາ ເວົ້າລວມ ແລະ ການຮ່ວມມື, ເຈລະຈາກ່ຽວກັບບັນຫາການເຫຼື້ອມໃສ, ສາສະໜາລະຫວ່າງສອງປະເທດເວົ້າສະເພາະ; ສືບຕໍ່ມີການເຄື່ອນໄຫວແທດຈິງຫຼາຍຢ່າງໃນບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທຳຢູ່ ຫວຽດນາມ ກວ່າອີກ.
        ສ່ວນບາດຫຼວງ Franklin Graham ຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນການສ້າງສາຍພົວພັນອັນດີງາມກັບ ຫວຽດນາມ; ສືບຕໍ່ເພີ່ມທະວີການເຄື່ອນໄຫວໜູນຊ່ວຍມະນຸດສະທຳສຳລັບ ຫວຽດນາມ; ຊຸກຍູ້ການຮ່ວມມື, ການເຈລະຈາກ່ຽວກັບບັນຫາສາສະໜາ, ການເຫຼື້ອມໃສລະຫວ່າງສອງປະເທດ, ປະກອບສ່ວນຊຸກຍູ້ສາຍພົວພັນ ຫວຽດນາມ - ອາເມລິກາ.
ແຫຼ່ງຄັດຈາກ VOV

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ…

Top