• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອ​າ​ຊຽນ​ເປັນ​ເຈົ້າ​ການ​​ຮັບ​ມື, ຫຼຸດ​ຜ່ອນ​ຄວາມ​ສ່ຽງຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມວົງແຄບ ລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 26 ເຊິ່ງພວມດຳເນີນຢູ່ນະຄອນ ດ່ານັ້ງ, ຕອນເຊົ້າວັນທີ 11 ມີນາ, ບັນດາລັດຖະມົນຕີອາຊຽນ ໄດ້ສືບຕໍ່ປຶກສາຫາລືກ່ຽວກັບທິດທາງ ເພື່ອໃຫ້ບັນດາປະເທດ ອາຊຽນຊຸກຍູ້ເລື່ອງສິ້ນສຸດການເຈລະຈາ ແລະ ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP).

ອາຊຽນເປັນເຈົ້າການຮັບມື, ຫຼຸດຜ່ອນຄວາມສ່ຽງຢູ່ໃນລະດັບຕ່ຳສຸດ
 

ບັນດາຂໍ້ລິເລີ່ມ, ບຸລິມະສິດຂອງ ຫວຽດນາມໃນປີ ເປັນປະທານ ອາຊຽນ 2020 ແມ່ນ ສຸມໃສ່ເຂົ້າບັນດາຂົງເຂດຄື: ການຄ້າເອເລັກໂຕນິກ, ການຄ້າຂາຍສິນຄ້າ, ພະລັງງານ, ເຕັກໂນໂລຢີ - ຂໍ້ມູນຂ່າວສານ, ກະສິກຳ, ພັດທະນາແບບຍືນຍົງ, ການເງິນ, ສະຖິຕິ, ປ່ຽນແປງໃໝ່ປະດິດຄິດສ້າງ…ທ່ານ ເລືອງຮ່ວາງທ້າຍ, ຫົວໜ້າກົມນະໂຍບາຍສາກົນ, ສັງກັດກະຊວງອຸດສາຫະກຳ - ການຄ້າ ຫວຽດນາມໃຫ້ຮູ້ວ່າ:

        ປີນີ້, ພວກເຮົາຕ້ອງວາງອອກປະຖົມປັດໄຈໃຫ້ແກ່ການກວດກາຄືນ ບັນຫາຄວນໃຫ້ບຸລິມະສິດທັງໝົດແກ່ວຽກງານສ້າງປະຊາຄົມອາຊຽນ. ຫວຽດນາມໄດ້ຍົກອອກຂໍ້ລິເລີ່ມເພື່ອໃຫ້ອາຊຽນເພີ່ມທະວີການຄ້າພາຍໃນກຸ່ມ. ຂໍ້ລິເລີ່ມນີ້ໄດ້ຮັບຄວາມສົນໃຈ ແລະ ຕີລາຄາສູງທີ່ສຸດຈາກບັນດາປະເທດອາຊຽນ.

        ທີ່ກອງປະຊຸມ, ບັນດາລັດຖະມົນຕີເສດຖະກິດ ອາຊຽນໄດ້ຮັບຮອງເອົາ12 ໃນຈຳນວນ 13 ຂໍ້ລິເລີ່ມບຸລິມະສິດຂອງ ຫວຽດນາມ ແມ່ນໝາກຜົນສຳຄັນ, ເປັນການຢັ້ງຢືນບົດບາດຂອງອາຊຽນ ເພື່ອມຸ່ງໄປເຖິງການປັບປຸງກຸ່ມກ້ອນສາມັກຄີພາຍໃນພາກພື້ນ, ເພີ່ມທະວີກຳລັງແຮງພາຍໃນກຸ່ມ, ຍົກສູງບົດບາດຂອງສະມາຄົມເສດຖະກິດອາຊຽນ.

        ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດ Covid – 19, ຫວຽດນາມ ດ້ວຍບົດບາດເປັນປະທານອາຊຽນ 2020 ໄດ້ສະເໜີໃຫ້ຍົກອອກຖະແຫຼງການຮ່ວມຂັ້ນລັດຖະມົນຕີເພື່ອແນໃສ່ຮັກສາລະບົບການສະໜອງ ແລະ ຄວາມສາມາດໃນການຟື້ນຟູເສດຖະກິດ ຂອງ ອາຊຽນ, ເປັນເຈົ້າການຮັບມື ແລະ ຫຼຸດຜ່ອນຄວາມສ່ຽງໃຫ້ຢູ່ໃນລະດັບຕ່ຳສຸດ.

 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top