• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອຽກ​ລັງ ຖື​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ເປັນ​ສຳ​ຄັນ​ໃນ​ພາກ​ພື້ນ

ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນປະເທດ ອຽກລັງ Micheal Martin, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໄປຢ້ຽມຢາມ ອຽກລັງ ຢ່າງເປັນທາງການ.
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ອຽກລັງ (ພາບ:VOV)

ວັນທີ 28 ກຸມພາ, ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ, ທ່ານປະທານາທິບໍດີ ອຽກລັງ Michael D.Higgins, ຢັ້ງຢືນວ່າ ອຽກລັງ ຖືທີ່ຕັ້ງບົດບາດຂອງ ຫວຽດນາມ ເປັນສຳຄັນໃນຍຸດທະສາດສຳລັບພາກພື້ນ ອາຊີ - ປາຊີຟິກ; ເຫັນດີເປັນເອກະພາບຈະຊຸກຍູ້ການຮ່ວມມື ແລະ ເຊື່ອມຕໍ່ສອງຝ່າຍໃນບັນດາຂົງເຂດໃຫ້ຫຼາຍກວ່າອີກ; ພ້ອມທັງຢັ້ງຢືນວ່າ  ອຽກລັງ ຈະສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ເຊື່ອມຕົວເຂົ້າກັບສັງຄົມ ແລະ ຮ່ຳຮຽນເປັນປົກກະຕິ, ສືບຕໍ່ປະກອບສ່ວນບົດບາດເປັນຂົວຕໍ່ໃນການພົວພັນມິດຕະພາບລະຫວ່າງສອງປະເທດ.

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ອຽກລັງ, ພ້ອມທັງເຊື່ອໝັ້ນວ່າ ຜ່ານການຢ້ຽມຢາມນີ້ ຈະພ້ອມກັບຝ່າຍ ອຽກລັງ ສຳຫຼວດກວດຄືນ, ເປັນເອກະພາບຕໍ່ບັນດາທິດທາງ, ມາດຕະການໃຫຍ່ ແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍໃຫ້ພັດທະນາຢ່າງຮອບດ້ານ ແລະ ເລິກເຊິ່ງກວ່າເກົ່າ, ສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານລັດຖະມົນຕີ ກໍປາດຖະໜາວ່າ ທ່ານປະທານາທິບໍດີ ອຽກລັງ ຈະຊຸກຍູ້ລັດຖະສະພາ ອຽກລັງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ; ຍູ້ແຮງການຮ່ວມມືກ່ຽວກັບດ້ານການສຶກສາ - ບຳລຸງສ້າງລະຫວ່າງສອງປະເທດ; ກ່ອນອື່ນໝົດແມ່ນການເພີ່ມຈຳນວນທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ, ສົ່ງເສີມການຮ່ວມສຳພັນລະຫວ່າງມະຫາວິທະຍາໄລແຫ່ງຕ່າງໆ, ເຊື່ອມຕໍ່ ແລະ ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ…

ກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ກໍໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອຽກລັງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top