• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົດ​ສະ​ຕາ​ລີ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແບ່ງ​ປັນ​ວັກ​ຊິນ ຕື່ມ​ອີກ 1,5 ລ້ານ​ໂດ​ສ​ໃຫ້​ແກ່ ຫວຽດ​ນາມ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຄຳຂອບອົກຂອບໃຈໄປຍັງລັດຖະບານ ອົດສະຕາລີ ທີ່ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍເງິນເປັນຈຳນວນ 40 ລ້ານໂດລາອົດສະຕາລີ (AUD) ໃຫ້ຫວຽດນາມ ເພື່ອສຳຜັດກັບວັກຊິນກັນໂຄວິດ - 19.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານ ລັດຖະມົນຕີກະຊວງການຄ້າ, ການທ່ອງທ່ຽວ ແລະ ລົງທຶນ ອົດສະຕາລີ Dan Tehan

ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທີ່ການຕ້ອນຮັບທ່ານ ລັດຖະມົນຕີກະຊວງການຄ້າ, ການທ່ອງທ່ຽວ ແລະ ລົງທຶນ ອົດສະຕາລີ Dan Tehan, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກໄດ້ສົ່ງຄຳຂອບອົກຂອບໃຈໄປຍັງລັດຖະບານ ອົດສະຕາລີ ທີ່ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍເງິນເປັນຈຳນວນ 40 ລ້ານໂດລາອົດສະຕາລີ (AUD) ໃຫ້ຫວຽດນາມ ເພື່ອສຳຜັດກັບວັກຊິນກັນໂຄວິດ - 19, ພິເສດ ລັດຖະບານ ອົດສະຕາລີໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍວັກຊິນ AstraZeneca ຕື່ມອີກ 1,5 ລ້ານໂດສ ໃຫ້ແກ່ ຫວຽດນາມ ໃນໄລຍະຈະມາເຖິງ. ຖືວ່າຂອບຂະໜາດຂອງ 2 ພື້ນຖານເສດຖະກິດ ຍັງບໍ່ສົມກັບການພົວພັນດ້ານການເມືອງທີ່ມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ສອງປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະເໜີຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ, ແກ້ໄຂບັນດາຄວາມຫຍຸ້ງຍາກ ໃຫ້ແກ່ວິສາຫະກິດສອງປະເທດ. ດ້ວຍເລື່ອງ ຫວຽດນາມ ແລະ ອົດສະຕາລີ ລ້ວນແຕ່ແມ່ນສະມາຊິກຂອງ ສັນຄາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), ທ່ານປະທານປະເທດ ເຊື່ອໝັ້ນວ່າ ສອງປະເທດຍູ້ແຮງການປະຕິບັດບັນດາສັນຍາສະບັບນີ້ ເພື່ອສ້າງກຳລັງໜູນຮ່ວມມືໃໝ່, ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ປະຊາຄົມວິສາຫະກິດ ແລະ ປະຊາຊົນສອງປະເທດ.

        ແລະກໍ່ໃນວັນທີ 13 ກໍລະກົດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ໄດ້ແຈ້ງໃຫ້ຊາບວ່າ ຍີ່ປຸ່ນຈະໜູນຊ່ວຍວັກຊິນກັນໂຄວິດ - 19 ຕື່ມອີກ 1 ລ້ານໂດສ ໃຫ້ແກ່ ຫວຽດນາມ ໃນອາທິດນີ້.

(ແຫຼ່ງຄັດຈາກ VOV)

ນຳການພົວພັນເສດຖະກິດ 2 ຝ່າຍ ຫວຽດນາມ - ອາເມລິກາ ພັດທະນາຢ່າງມີສະຖຽນລະພາບ, ຍືນຍົງ

ນຳການພົວພັນເສດຖະກິດ 2 ຝ່າຍ ຫວຽດນາມ - ອາເມລິກາ ພັດທະນາຢ່າງມີສະຖຽນລະພາບ, ຍືນຍົງ

ຫວຽດນາມ ໄດ້ ແລະ ພວມສົມທົບກັບຝ່າຍ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອຮັກສາທ່າພັດທະນາບັນດາສັນຍາການຄ້າ 2 ຝ່າຍຢ່າງຕັ້ງໜ້າ.

Top