• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົດສະຕາລີ ແລະ ຍີ່ປຸ່ນ ຄັດຄ້ານການກະທໍາແບບບັງຄັບເຮັດໃຫ້ປ່ຽນສະພາບການປັດຈຸບັນ ແລະ ກໍ່ຄວາມເຄັ່ງຕຶງຢູ່ ທະເລຕາເວັນອອກ

      ຕອນຄໍ່າວັນທີ 09 ກໍລະກົດ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ແລະ ຄູ່ຕໍາແໜ່ງ ຍີ່ປຸ່ນ Abe Shinzo ໄດ້ມີການເຈລະຈາທາງອອນລາຍ.

ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ແລະ ຄູ່ຕໍາແໜ່ງ ຍີ່ປຸ່ນ Abe Shinzo
  (ພາບປະກອບ: AFP/TTXVN)
          ນະທີ່ນີ້, ການນໍາສອງທ່ານ ໄດ້ຢັ້ງຢືນວ່າຈະໃຫ້ການໜູນຊ່ວຍບັນດາປະເທດບ້ານໃກ້ເຮືອນຄຽງຢູ່ ປາຊີຟິກ ແລະ ອາຊີຕາເວັນອອກສ່ຽງໃຕ້ ຄວບຄຸມບັນດາຜົນກະທົບຈາກ ໂລກລະບາດໂຄວິດ - 19, ຮັບປະກັນຄວາມໝັ້ນຄົງດ້ານສາທາລະນະສຸກ, ຊຸກຍູ້ວິວັດການຟື້ນຟູເສດຖະກິດ ແລະ ພັດທະນາແບບຍືນຍົງ. ສອງຝ່າຍກໍຢັ້ງຢືນວ່າ ຈະລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີນີ້ ແລະ ໃຫ້ຮູ້ວ່າ ນັບທັງ ອົດສະຕາລີ ແລະ ຍີ່ປຸ່ນ ຕ່າງກໍກໍາລັງມານະພະຍາຍາມຊຸກຍູ້ການພົວພັນກັບ ອາຊຽນ.     
        ກ່ຽວກັບບັນຫາທະເລຕາເວັນອອກ, ການນໍາ ອົດສະຕາລີ ແລະ ຍີ່ປຸ່ນ ໄດ້ຢ້ັງຢືນຄືນໃໝ່ ຕໍ່ການຄັດຄ້ານຢ່າງແຮງບໍ່ວ່າການກະທໍາແບບບັງຄັບ ແລະ ພຽງລໍາພັງຝ່າຍດຽວໃດ ທີ່ເຮັດໃຫ້ປ່ຽນສະພາບການໃນປັດຈຸບັນ ຫຼື ເຮັດໃຫ້ສະພາບຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງ ເຄັ່ງຕຶງຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີ ອົດສະຕາລີ ແລະ ຍີ່ປຸ່ນ ກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການພັດທະນາທາງລົບຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top