ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄວາມປາດຖະໜາຢາກໃຫ້ ຝ່າຍ ອົດສະຕາລີ ສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູ, ພັດທະນາເສດຖະກິດ ສັງຄົມ, ກໍ່ຄືຍົກສູງກຳລັງຄວາມສາມາດດ້ານການແພດ, ຮັບມືກັບບັນດາໂລກລະບາດໃນອະນາຄົດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ… ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍອົດສະຕາລີ, ສືບຕໍ່ຮັກສາການໜູນຊ່ວຍພັດທະນາຢ່າງເປັນທາງການໃຫ້ແກ່ ຫວຽດນາມ ແລະ ພິຈາລະນາເປີດປະຕູຕະຫຼາດໃຫ້ບາງຜະລິດຕະພັນກະເສດ - ສິນໃນນ້ຳ ສົ່ງອອກຂອງ ຫວຽດນາມ ກໍ່ຄືພິຈາລະນາຜັນຂະຫຍາຍໂຄງການ ວິຊາ ໃຫ້ແກ່ແຮງງານໃນຂົງເຂດກະສິກຳຂອງ ຫວຽດນາມ, ສົ່ງເສີມວິສາຫະກິດສອງປະເທດເຂົ້າມາລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ.
ສ່ວນທ່ານນາງ Marise Payne ໄດ້ຢັ້ງຢືນວ່າ ອົດສະຕາລີ ຖືເປັນສຳຄັນ ແລະ ຖືຫວຽດນາມ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນຫຼາຍບັນຫາ ຄືພັດທະນາພື້ນຖານໂຄງລ່າງ, ກະສິກຳ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ທ່ານກໍ່ມີຄວາມປາດຖະໜາຢາກ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ໃນໄລຍະຈະມາເຖິງ, ຢັ້ງຢືນ ອົດສະຕາລີ ຕີລາຄາສູງຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ, ສະໜັບສະໜູນການແກ້ໄຂການຂັດແຍ້ງສາກົນໂດຍສັນຕິວິທີ, ບົນພື້ນຖານຫຼັກການຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາ, ຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກ ຮ່ວມມືທີ່ມີຢູ່ແລ້ວ ຕາມຫຼາຍຮູບແບບທີ່ມີໄຫວພິບ, ປະຕິບັດໂຄງການກະທຳ ຫວຽດນາມ ອົດສະຕາລີ ໄລຍະ 2020 – 2023 ແລະ ຍຸດທະສາດ ເພີ່ມທະວີການຮ່ວມມືເສດຖະກິດ ຫວຽດນາມ - ອົດສະຕາລີ ຢ່າງມີປະສິດທິຜົນ (EEES)
ແລະກໍ່ໃນວັນທີ 9 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານນາງ Marise Payne ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນລັດຖະມົນຕີກະຊວງແມ່ຍິງ ອົດສະຕາລີ ໄດ້ພ້ອມກັນເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂການໂອ້ລົມສົນທະນາ ອາຊຽນ - ອົດສະຕາລີ ກ່ຽວກັບ “ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ບັ້ນເສັ້ນທາງຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19”. ກ່າວຄຳເຫັນໄຂກອງປະຊຸມ, ທ່ານບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ເຫດການຄັ້ງນີ້ມີຄວາມໝາຍສຳຄັນ ທັງສືບຕໍ່ໂຄງການດຳເນີນງານ ກ່ຽວກັບການມອບສິດໃຫ້ແກ່ແມ່ຍິງ, ໂດຍຫວຽດນາມ ເລີ່ມຕົ້ນໃນປີ 2020 ທັງສົ່ງເສີມ, ສ້າງເງື່ອນໄຂໃຫ້ແກ່ບັນດາເປົ້າໝາຍເຂົ້າຮ່ວມການຮ່ວມມື ອາຊຽນ ຢ່າງເລິກເຊິ່ງກວ້າງກ້ວາງຂວາງກ່ວາ. ສ່ວນທ່ານນາງ Marise Payne ໄດ້ໃຫ້ຄຳໝັ້ນສັນຍາ ຈະພ້ອມກັບ ອາຊຽນ ສົມທົບກັນຊຸກຍູ້ຜັນຂະຫຍາຍ ບັນດາຄຳໝັ້ນສັນຍາສາກົນ ແລະ ມະຕິຂອງ ສປຊ ວ່າດ້ວຍແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນ ການເຄື່ອນໄຫວຕ່າງໆຫຼາຍກ່ວາອີກ.
ແລະກໍໃນຕອນບ່າຍວັນທີ 9/11, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Marise Payne ລັດຖະມົນຕີກະຊວງການຕ່າງປະ
(ແຫຼ່ງຄັດຈາກ VOV)