ຂ່າວສານ

ອົດສະຕາລີ ສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ຕອນເຊົ້າວັນທີ 9 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Marise Payne ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ພວມມີການຢ້ຽມຢາມ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານນາງ Marise Payne ລັດຖະມົນຕີການຕ່າງປະເທດ ອົດສະຕາລີ (ພາບ: TTXVN)
      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄວາມປາດຖະໜາຢາກໃຫ້ ຝ່າຍ ອົດສະຕາລີ ສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູ, ພັດທະນາເສດຖະກິດ ສັງຄົມ, ກໍ່ຄືຍົກສູງກຳລັງຄວາມສາມາດດ້ານການແພດ, ຮັບມືກັບບັນດາໂລກລະບາດໃນອະນາຄົດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ… ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍອົດສະຕາລີ, ສືບຕໍ່ຮັກສາການໜູນຊ່ວຍພັດທະນາຢ່າງເປັນທາງການໃຫ້ແກ່ ຫວຽດນາມ ແລະ ພິຈາລະນາເປີດປະຕູຕະຫຼາດໃຫ້ບາງຜະລິດຕະພັນກະເສດ - ສິນໃນນ້ຳ ສົ່ງອອກຂອງ ຫວຽດນາມ ກໍ່ຄືພິຈາລະນາຜັນຂະຫຍາຍໂຄງການ ວິຊາ ໃຫ້ແກ່ແຮງງານໃນຂົງເຂດກະສິກຳຂອງ ຫວຽດນາມ, ສົ່ງເສີມວິສາຫະກິດສອງປະເທດເຂົ້າມາລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ.
      ສ່ວນທ່ານນາງ Marise Payne ໄດ້ຢັ້ງຢືນວ່າ ອົດສະຕາລີ ຖືເປັນສຳຄັນ ແລະ ຖືຫວຽດນາມ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນຫຼາຍບັນຫາ ຄືພັດທະນາພື້ນຖານໂຄງລ່າງ, ກະສິກຳ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ທ່ານກໍ່ມີຄວາມປາດຖະໜາຢາກ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ໃນໄລຍະຈະມາເຖິງ, ຢັ້ງຢືນ ອົດສະຕາລີ ຕີລາຄາສູງຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ, ສະໜັບສະໜູນການແກ້ໄຂການຂັດແຍ້ງສາກົນໂດຍສັນຕິວິທີ, ບົນພື້ນຖານຫຼັກການຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາ, ຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກ ຮ່ວມມືທີ່ມີຢູ່ແລ້ວ ຕາມຫຼາຍຮູບແບບທີ່ມີໄຫວພິບ, ປະຕິບັດໂຄງການກະທຳ ຫວຽດນາມ ອົດສະຕາລີ ໄລຍະ 2020 – 2023 ແລະ ຍຸດທະສາດ ເພີ່ມທະວີການຮ່ວມມືເສດຖະກິດ ຫວຽດນາມ - ອົດສະຕາລີ ຢ່າງມີປະສິດທິຜົນ (EEES)
        ແລະກໍ່ໃນວັນທີ 9 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານນາງ Marise Payne ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນລັດຖະມົນຕີກະຊວງແມ່ຍິງ ອົດສະຕາລີ ໄດ້ພ້ອມກັນເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂການໂອ້ລົມສົນທະນາ ອາຊຽນ - ອົດສະຕາລີ ກ່ຽວກັບ “ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ບັ້ນເສັ້ນທາງຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19”. ກ່າວຄຳເຫັນໄຂກອງປະຊຸມ, ທ່ານບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ເຫດການຄັ້ງນີ້ມີຄວາມໝາຍສຳຄັນ ທັງສືບຕໍ່ໂຄງການດຳເນີນງານ ກ່ຽວກັບການມອບສິດໃຫ້ແກ່ແມ່ຍິງ, ໂດຍຫວຽດນາມ ເລີ່ມຕົ້ນໃນປີ 2020 ທັງສົ່ງເສີມ, ສ້າງເງື່ອນໄຂໃຫ້ແກ່ບັນດາເປົ້າໝາຍເຂົ້າຮ່ວມການຮ່ວມມື ອາຊຽນ ຢ່າງເລິກເຊິ່ງກວ້າງກ້ວາງຂວາງກ່ວາ. ສ່ວນທ່ານນາງ Marise Payne ໄດ້ໃຫ້ຄຳໝັ້ນສັນຍາ ຈະພ້ອມກັບ ອາຊຽນ ສົມທົບກັນຊຸກຍູ້ຜັນຂະຫຍາຍ ບັນດາຄຳໝັ້ນສັນຍາສາກົນ ແລະ ມະຕິຂອງ ສປຊ ວ່າດ້ວຍແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນ ການເຄື່ອນໄຫວຕ່າງໆຫຼາຍກ່ວາອີກ.
     ແລະກໍໃນຕອນບ່າຍວັນທີ 9/11, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Marise Payne ລັດຖະມົນຕີກະຊວງການຕ່າງປະເທດທັງເປັນລັດຖະມົນຕີກະຊວງແມ່ຍິງ ອົດສະຕາລີ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.  ທີ່ການພົບປະ, ທ່ານລັດຖະມົນຕີ  ໂຕເລີມໃຫ້ຮູ້ວ່າ: ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ, ລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ອົດສະຕາລີ ເວົ້າສະເພາະ, ທ່ານລັດຖະມົນຕີ  ໂຕເລີມ ສະເໜີ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ເພື່ອ    ສະໜັບສະໜູນ ແລະ ຟື້ນຟູແບບຍືນຍົງ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19;  ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນສະຫະປະຊາຊາດ ແລະ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ສືບຕໍ່ປະຕິບັດໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ໄລຍະ 2020 – 2023;  ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ... ກະຊວງຕຳຫຼວດ ຫວຽດນາມ ຫວັງວ່າ ທ່ານນາງລັດຖະມົນຕີ Marise Payne ແລະ ບັນດາສະມາຊິກລັດຖະບານ ອົດສະຕາລີ ສືບຕໍ່ເອົາໃຈໃສ່ ຊີ້ນຳ, ສ້າງບັນດາເງື່ອນໄຂສະດວກໃຫ້ແກ່ການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ບັນດາອົງການປະຕິບັດກົດໝາຍຂອງອົດສະຕາລີ ໃຫ້ນັບມື້ນັບພັດທະນາກ່ວາອີກໃນຂົງເຂດປ້ອງກັນຄວາມສະຫງົບ, ຕຳຫຼວດ, ຄຸ້ມຄອງຄົນເຂົ້າເມືອງ, ການຊ່ວຍໜູນດ້ານຕຸລາການ, ຍົກສູງກຳລັງຄວາມສາມາດຕ້ານອາດຊະຍາກຳປະເພດຕ່າງໆຄື ຢາເສບຕິດ, ນຳໃຊ້ເຕັກໂນໂລຊີສູງ, ການຄ້າມະນຸດ ….
(ແຫຼ່ງຄັດຈາກ VOV)

top