• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງການ​ອະນາ​ໄມ​​ໂລ​ກກ່າວ​ເຕືອນ ​​ໂລກລະບາດໂຄ​ວິດ​ - 19 ​ພວມ​ຢູ່ໃນ​ໄລຍະ​ໃໝ່ ​ແລະ ອັນຕະລາຍ

ມີກວ່າ 150.000 ກໍລະນີຕິດເຊື້ອໃໝ່ ໄດ້ລາຍງາຍຕໍ່ອົງການອະນາໄມໂລກ ໃນວັນທີ 18 ມິຖຸນາ ແລະ ນີ້ແມ່ນຕົວເລກທີ່ສູງທີ່ສຸດໃນຮອບເວລາ 1 ວັນທີ່ໄດ້ຢັ້ງຢືນ ແຕ່ກ່ອນມາຮອດປັດຈຸບັນ. 

(ພາບປະກອບ:  Reuters)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງ 30 ນາທີ ຂອງວັນທີ 20 ມິຖຸນາ (ຕາມເວລາຫວຽດນາມ), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດແມ່ນ 8.756.757 ກໍລະນີ, ໃນນັ້ນ, ຈໍານວນກໍລະນີເສຍຊີວິດຍ້ອນໂລກລະບາດດັ່ງກ່າວແມ່ນກວ່າ 462.500 ກໍລະນີ. ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິມີທັງໝົດ ກວ່າ 4,6 ລ້ານ ກໍລະນີ.

        ອາເມລິກາ ຍັງແມ່ນຈຸດໃຈກາງຂອງໂລກ ດ້ວຍຈໍານວນຜູ້ຕິດເຊື້ອແມ່ນກວ່າ 2,3 ລ້ານກໍລະນີີ ແລະ ກວ່າ 121.000 ກໍລະນີເສຍຊີວິດ, ຖັດມາແມ່ນ ບຣາຊີນ.

ວັນທີ 19 ມິຖຸນາ, ທ່ານຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ Tedros Adhanom Ghebreyesus  ໄດ້ກ່າວເຕືອນວ່າ ປັດຈຸບັນ, ໂລກລະບາດໂຄວິດ - 19 ພວມຢູ່ໃນໄລຍະໃໝ່ ແລະ ອັນຕະລາຍ” ດ້ວຍຈໍານວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນຢ່າງແຮງ , ມີກວ່າ 150.000 ກໍລະນີຕິດເຊື້ອໃໝ່ ໄດ້ລາຍງາຍຕໍ່ອົງການອະນາໄມໂລກ ໃນວັນທີ 18 ມິຖຸນາ ແລະ ນີ້ແມ່ນຕົວເລກທີ່ສູງທີ່ສຸດໃນຮອບເວລາ 1 ວັນທີ່ໄດ້ຢັ້ງຢືນ ແຕ່ກ່ອນມາຮອດປັດຈຸບັນ.  ຈໍານວນຜູ້ຕິດເຊ້ືອໃໝ່ຢູ່ ເຢຍລະມນ ເລີ່ມເພີ່ມຂຶ້ນຄືນໃໝ່ໃນວັນທີ 19 ມິຖຸນາ, ເມື່ອປະເທດນີ້ຢັ້ງຢືນກໍລະນີຕິດເຊື້ອ 770 ກໍລະນີຕື່ມອີກ ແລະ ໂລກລະບາດກໍພວມມີການຜັນແປຢ່າງສັບສົນຢູ່ ພາກພື້ນ ອາຟະລິກາ. ໃນວັນດຽວກັນ, ອີຢິບ ກໍໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ 1.774 ກໍລະນີຕື່ມອີກ. 

(ແຫຼ່ງຄັດຈາກ VOV)

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂປໂລຍ ມາລົງທຶນ

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂປໂລຍ ມາລົງທຶນ

ທ່ານສະເໜີໃຫ້ LOT ນຳໜ້າເປີດສາຍການບິນມາ ຫວຽດນາມ ຄືນໃໝ່, ສືບຕໍ່ຮ່ວມມືກັບບໍລິສັດການບິນແຫ່ງຊາດ Vietnam Airlines ເພື່ອຂຸດຄົ້ນບັນດາສາຍການບິນ

Top