• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນ​ໂດ​ເນ​ເຊຍ ຈະຈັດ​ສົ່ງ​ນັກ​ຮົບ, ຕຳຫຼວດ ກ່​ວາ 17.000 ຄົນເພື່ອ​ປ້ອງ​ກັນ​ເວ​ທີ​ປາ​ໄສກ່ຽວ​ກັບ ນ້ຳ​ທົ່ວໂລກ (WWF)

ນາຍພົນ Nugraha Gumilar ຜູ້ນຳສູນຂໍ້ມູນຂອງກອງທັບ ແຫ່ງຊາດ ອິນໂດເນເຊຍ (TNI) ໃຫ້ຮູ້ວ່າ TNI ໄດ້ຂຶ້ນແຜນການຜັນຂະຫຍາຍນັກຮົບ ປະມານ 12.000 ຄົນທີ່ມາຈາກບັນດາກຳລັງຄື: ກອງທັບບົກ, ກອງທັບອາກາດ ແລະ ກອງທັບເຮືອ ເຂົ້າຮ່ວມການປ້ອງກັນຄວາມ ໝັ້ນຄົງ.
ພາບປະກອບ: AFP/TTXVN

ອິນໂດເນເຊຍ ຈັດສົ່ງນັກຮົບ, ຕຳຫຼວດ ກ່ວາ 17.000 ຄົນເພື່ອປ້ອງກັນເວທີປາໄສ ກ່ຽວກັບ ນ້ຳທົ່ວໂລກ (WWF) ຄັ້ງທີ 10 ຊຶ່ງ ຄາດວ່າຈະດຳເນີນໃນລະຫວ່າງວັນທີ 18 ພຶດສະພາ ຫາວັນທີ 25 ພຶດສະພາ ຈະມາເຖິງ, ຢູ່ແຂວງ ເກາະ Bali. ວັນທີ 30 ເມສາ, ນາຍພົນ Nugraha Gumilar ຜູ້ນຳສູນຂໍ້ມູນຂອງກອງທັບ ແຫ່ງຊາດ ອິນໂດເນເຊຍ (TNI) ໃຫ້ຮູ້ວ່າ TNI ໄດ້ຂຶ້ນແຜນການຜັນຂະຫຍາຍນັກຮົບ ປະມານ 12.000 ຄົນທີ່ມາຈາກບັນດາກຳລັງຄື: ກອງທັບບົກ, ກອງທັບອາກາດ ແລະ ກອງທັບເຮືອ ເຂົ້າຮ່ວມການປ້ອງກັນຄວາມ ໝັ້ນຄົງ ກໍ່ຄືປະຕິບັດບັນດາໜ້າທີ່ການແພດ ຢູ່ບັນດາເຫດການ ເວທີປາໄສກ່ຽວກັບ ນ້ຳ ທົ່ວໂລກ. ນອກຈາກນັ້ນ, ມີເຮືອບິນບໍ່ມີຄົນຂັບຂອງ ອິນໂດເນເຊຍ ກໍ່ ໄດ້ຢູ່ໃນທ່າກຽມພ້ອມ ປະຕິບັດການ ເພື່ອສາມາດປະຕິບັດການເຄື່ອນໄຫວປ້ອງກັນບັນດາຜູ້ແທນ ທີ່ເຂົ້າຮ່ວມ WWF, ໃນກໍລະນີ ເກີດໄພພິບັດທຳມະຊາດ, ຍົກຕົວຢ່າງຄືພູເຂົາໄຟ Agung ຢູ່ Bali ອາດຈະເກີດການລະເບີດ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top