• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍ ຮັບພົນລະເມືອງ ກ່ວາ 90.000 ຄົນກັບຄືນເມືອປະເທດຍ້ອນຜົນກະທົບຂອງໂລກລະບາດ Covid - 19

      ໄລ່ຮອດວັນທີ 11 ພຶດສະພາ, ອິນໂດເນເຊຍໄດ້ຮັບພົນລະເມືອງກ່ວາ 90.000ຄົນກັບຄືນເມືອປະເທດຍ້ອນຜົນກະທົບຂອງ ໂລກລະບາດ Covid – 19. ທ່ານ Retno Marsudi ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ ໃຫ້ຮູ້ວ່າ ມີພົນລະເມືອງອິນໂດເນເຊຍ ປະມານ 73.000 ຄົນກັບມາຈາກ ມາເລເຊຍ. 

ອິນໂດເນເຊຍ ຮັບພົນລະເມືອງ ກ່ວາ 90.000 ຄົນກັບຄືນເມືອປະເທດຍ້ອນຜົນກະທົບຂອງໂລກລະບາດ Covid - 19(ພາບ: CNN) 
      ນອກຈາກນັ້ນ, ມີພົນລະເມືອງອິນໂດເນເຊຍເກືອບ 2000 ຄົນກັບມາຈາກ ອາຣັບບິ ຊາອຸດິ ຄູເວດ, ອານເຊຣີ, ເອຢິບ ແລະ ໂອມານ ກໍ່ໄດ້ກັບເມືອປະເທດໃນວັນນີ້. ກະຊວງການຕ່າງປະເທດອິນໂດເນເຊຍໄດ້ຮຽກຮ້ອງໃຫ້ພົນລະເມືອງທີ່ກັບຄືນມາຈາກຕ່າງປະເທດຕ້ອງປະຕິບັດບັນດາຂັ້ນຕອນການແພດທີ່ພວມປະກາດໃຊ້. ກຳລັງຮັບມືກັບ Covid – 19 ໂດຍໄວ ຈະປະຕິບັດການກວດພະຍາດສະເພາະ.
        ໄລ່ຮອດວັນທີ 10 ພຶດສະພາມີພົນລະເມືອງອິນໂດເນເຊຍ 734 ຄົນຢູ່ຕ່າງປະເທດທີ່ກັບຄືນເມືອປະເທດ ຖືກຕິດເຊື້ອພະຍາດ Covid – 19, ໃນນັ້ນມີ 372 ຄົນໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ  321 ຄົນຍັງຄົງໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ. ກໍ່ຕາມຕົວເລກຂອງກະຊວງການຕ່າງປະເທດອິນໂດເນເຊຍ, ມີພົນລະເມືອງອິນໂດເນເຊຍ 41 ຄົນເສຍຊີວິດຍ້ອນໂລກລະບາດ Covid - 19 ຢູ່ 33 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.
 (ແຫຼ່ງຄັດຈາກ VOV)
 

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top