• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນເດຍ - ອາຊຽນ ຍູ້ແຮງການສົ່ງເສີມບັນດາກາລະໂອກາດໃນການລົງທຶນ, ແລກປ່ຽນການຄ້າ

      ຕອນຄ່ຳວັນທີ 21 ກຸມພາ, ຢູ່ New Delhi, ອິນເດຍ, ກະຊວງອຸດສາຫະກຳ ການຄ້າ ອິນເດຍ ໄດ້ສົມທົບກັບສະຫະພັນບັນດາຫ້ອງການອຸດສາຫະກຳ ແລະ ການຄ້າ ອິນເດຍ (FICCI)  ແລະ ສະພາດຳເນີນທຸລະກິດ ອາຊຽນ - ອິນເດຍ (AIBC) ຈັດຕັ້ງງານຕະຫລາດນັດ ແລະ ກອງປະຊຸມຂັ້ນສູງ ອາຊຽນ - ອິນເດຍ ຄັ້ງທີ 4.

ຮ້ານວາງສະແດງຂອງ ຫວຽດນາມ (ພາບ: thoibaotaichinhvietnam.vn)
      ທີ່ງານຕະຫລາດນັດຄັ້ງນີ້ ໄດ້ວາງສະແດງ, ແນະນຳຜະລິດຕະພັນ ແລະ ການບໍລິການຂອງວິສາຫະກິດ ອິນເດຍ ແລະ ບັນດາປະເທດ ອາຊຽນ ກ່ວາ 200 ແຫ່ງ. ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດ ອາຊຽນ - ອິນເດຍ ປີນີ້ ດ້ວຍຮ້ານວາງສະແດງ 5 ຮ້ານ, ທີ່ວາງສະແດງບັນດາຜະລິດຕະພັນຄື: ເຄື່ອງສິລະປະຫັດຖະກຳ, ຜະລິດຕະພັນກະເສດ, ການບໍລິການທ່ອງທ່ຽວ ແລະ ຂົນສົ່ງ.
        ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະທີ 1, ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ຕີລາຄາວ່າ ເວທີປາໄສນີ້ ແລະ ບັນດາເຫດການທີ່ກ່ຽວຂ້ອງແມ່ນສັນຍານຢ່າງຈະແຈ້ງກ່ຽວກັບນະໂຍບາຍ “ການກະທຳມຸ່ງໄປເຖິງທິດຕາເວັນອອກ” ຂອງ ອິນເດຍ, ເຊິ່ງໃນນັ້ນ, ອາຊຽນ ສວມບົດບາດເປັນສຳຄັນ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ການເຊື່ອມໂຍງຮອບດ້ານລະຫວ່າງ ອາຊຽນ ແລະ ອິນເດຍ ບໍ່ພຽງແຕ່ໄດ້ສ່ອງແສງຜ່ານການເພີ່ມທະວີການແລກປ່ຽນສິນຄ້າ, ການບໍລິການເທົ່ານັ້ນ ຫາກຍັງໃນບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ແລກປ່ຽນວັດທະນະທຳ, ການສຶກສາກໍ່ຄືບັນດາຄຸນຄ່າດ້ານຈິດໃຈອື່ນໆອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top