ຂ່າວສານ
ອຳນາດການປົກຄອງຮົ່ງກົງ (ຈີນ) ກ່າວປະນາມຢ່າງຮຸນແຮງຕໍ່ບັນດາເປົ້າໝາຍແຫ່ຂະບວນປະທ້ວງທີ່ໃຊ້ຄວາມຮຸນແຮງ

ຜູ້ແຫ່ຂະບວນປະທ້ວງແກວ່ງຫີນຢູ່ Sai wan ho, ຮົ່ງກົງ, ຈີນ ໃນວັນທີ 11 ພຶດສະພາ 2019
(ພາບ: THX/TTXVN)
ໂຄສົກອຳນາດການປົກຄອງ ຮົ່ງກົງ ກໍ່ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ບັນດາການກະທຳໃຊ້ຄວາມຮຸນແຮງທີ່ກ່ຽວຂ້ອງ ໄດ້ສະແດງໃຫ້ເຫັນວ່າ ບັນດາເປົ້າໝາຍຮຽກຮ້ອງໃຫ້ຮົ່ງກົງເອກະລາດ ແລະ ບັນດາເປົ້າໝາຍແຫ່ຂະບວນປະທ້ວງນຳໃຊ້ຄວາມຮຸນແຮງ ເສື້ອດຳຍັງຄົງກະທຳຜິດ, ເຊິ່ງພິສູດໃຫ້ເຫັນຄວາມຈຳເປັນ ແລະ ຮີບດ່ວນຂອງການປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບສະບັບໃໝ່.
ໃນຂະນະນັ້ນ, ກົມຄຸ້ມຄອງການແພດຮົ່ງກົງໃຫ້ຮູ້ວ່າ ໄລ່ມາຮອດຈຸດເວລານີ້ ມີ 6 ຄົນໄດ້ຖືກນຳສົ່ງສຸກເສີນໄປຍັງໂຮງໝໍ, ໃນນັ້ນມີຄົນໜຶ່ງມີອາການສາຫັດ. ຕຳຫຼວດຮົ່ງກົງໄດ້ຈັບຕົວເປົ້າໝາຍ ຢ່າງໜ້ອຍສຸດ 180 ຄົນທີ່ເຂົ້າຮ່ວມບັນດາການເຕົ້າໂຮມຢ່າງຜິດກົດໝາຍ ແລະ ດຳເນີນບັນດາການກະທຳໃຊ້ຄວາມຮຸນແຮງຢູ່ເກາະ ຮົ່ງກົງ.
(ແຫຼ່ງຄັດຈາກ VOV)