• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ກ່າວ​ປະ​ນາມ ຈີນ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຢູ່ອ້ອມ​ແອ້ມ​ ໄຕ​້​ຫວັນ (ຈີນ)

ວັນທີ 04 ສິງຫາ, ທໍານຽບຂາວໄດ້ກ່າວປະນາມຕໍ່ເລື່ອງ ຈີນ ຍິງລູກສອນໄຟນຳວິທີ 11 ລູກຢູ່ອ້ອມແອ້ມ ໄຕ້ຫວັນ (ຈີນ) ແລະ ເນັ້ນໜັກວ່າ ການກະທຳຂອງ ຈີນ ເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ.
  ໂທລະພາບຈີນ ໃຫ້ຂ່າວກ່ຽວກັບການຍິງລູກສອນໄຟ (ພາບ: The Guardian)  

ການກະທຳດັ່ງກ່າວຂອງ ຈີນ ໄດ້ດຳເນີນພາຍຫຼັງທີ່ທ່ານນາງ Nancy Pelosi ປະທານສະພາຕ່ຳ ອາເມລິກາ ໄປຢ້ຽມຢາມ ໄຕ້ຫວັນ (ຈີນ) ໃນວັນທີ 03 ສິງຫາ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຢ່າງແຮງຂອງ ຈີນ.

ກ່ຽວຂ້ອງເຖິງບັນຫານີ້, ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ 5 ໃນ 11 ລູກສອນໄຟນຳວິຖີທີ່ຍິງໃນບັ້ນຊ້ອມຮົບຂອງ ຈີນ ໄດ້ຕົກໃສ່ເຂດເສດຖະກິດຈຳເພາະ (EEZ) ຂອງ ຍີ່ປຸ່ນ ແລະ ມີອີກລູກໜຶ່ງແມ່ນຕົກໃສ່ນອກເຂດເສດຖະກິດຂອງ ຍີ່ປຸ່ນ ແຕ່ຫ່າງຈາກເກາະ Yonaguni ຢູ່ Okinawa ປະມານ 80 ກິໂລແມັດ ເທົ່ານັ້ນ. ທ່ານ Nobuo Kishi ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ຢັ້ງຢືນວ່າ ເຫດຍິງລູກສອນໄຟດັ່ງກ່າວ ໄດ້ສົ່ງຜົນສະທ້ອນຕໍ່ຄວາມໝັ້ນຄົງຂອງ ຍີ່ປຸ່ນ ແລະ ຄວາມປອດໄພຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top