• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ​ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ

ກ່າວຄຳເຫັນໃນການຖະແຫຼງຂ່າວຂອງວັນທີ 18 ມັງກອນ ຢູ່ ວໍຊິງຕັນ, ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ຈະສືບຕໍ່ຮັກສາຄຳໝັ້ນສັນຍາກ່ຽວກັບການປອດນິວເຄຼຍຢູ່ແຫຼມເກົາຫຼີ.
  ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ (ພາບ: AFP)  

ໄປຄຽງຄູ່ກັນນັ້ນ, ທ່ານ Ned Price ກໍຢັ້ງຢືນຄືນຄຳໝັ້ນສັນຍາຂອງ ວໍຊິງຕັນ ກ່ຽວກັບການຊຸກຍູ້ການເຈລະຈາກັບ ສປປ.ເກົາຫຼີ. ຕາມທ່ານໂຄສົກກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ສປປ.ເກົາຫຼີ ໄດ້ສະແດງກຳລັງຄວາມສາມາດຂອງປະເທດນີ້ ເມື່ອປະກາດໂຄງການພັດທະນາອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີ. ອາເມລິກາ ສືບຕໍ່ມີ ຄວາມວິຕົກກັງວົນຕໍ່ເລື່ອງ ພຽງຢາງ ອາດຈະມີການກະທຳເກາະຜິດ.

ເນື້ອໃນດັ່ງກ່າວ ໄດ້ຍົກອອກມາ ໃນຈຸດເວລາທີ່ທັງ ອາເມລິກາ ແລະ ສ.ເກົາຫຼີ ຖືວ່າ ສປປ.ເກົາຫຼີ ອາດຈະດຳເນີນການທົດລອງນິວເຄຼຍບໍ່ວ່າໃນຈຸດເວລາໃດ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top