• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ 2020: ລັດ​ເຊຍ ສະ​ໜັບ​ສະ​ໜູນ “ຖະ​ແຫຼງ​ການ ​ຮ່າ​ໂນ້ຍ”

ນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ ມົດສະກູ ໄດ້ໃຫ້ຂ່າວວ່າ, ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊີຕາເວັນອອກ EAS ຄັ້ງທີ 15, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຕີລາຄາສູງບົດບາດຂອງ EAS ສຳລັບບັນດາບັນຫາຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ, ພ້ອມທັງສະແດງຄວາມເຫັນດີເປັນເອກະສັນຕໍ່ເນື້ອໃນຫຼັກຂອງ “ຖະແຫຼງການຮ່າໂນ້ຍ”.
 
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ:TTXVN)

ຕາມການນຳ ລັດເຊຍ ແລ້ວ, ກອງປະຊຸມສຸດຍອດ ອາຊີຕາເວັນອອກ ໄດ້ສະແດງໃຫ້ເຫັນວ່າ ນີ້ແມ່ນເວທີປາໄສທີ່ໄດ້ຮັບຄວາມໄວ້ວາງໃຮ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາຮີບດ່ວນ ທີ່ມີສ່ວນກ່ຽວຂ້ອງໂດຍກົງເຖິງທົ່ວພາກພື້ນອາຊີ - ປາຊີຟິກ, ກໍຄືແມ່ນບ່ອນເພື່ອພ້ອມກັນຊອກຫາມາດຕະການແກ້ໄຂລວມບັນດາບັນຫາສາກົນທີ່ຕ້ອງແກ້ໄຂຢ່າງຮີບດ່ວນ.  ທ່ານປະທານາທິບໍດີ Putin ຢັ້ງຢືນວ່າ : “ຂ້າພະເຈົ້າເຫັນດີຕໍ່ບັນດາແນວຄວາມຄິດຫຼັກທີ່ໄດ້ຍົກອອກມາໃນ ຖະແຫຼງການຮ່າໂນ້ຍ. ນັ້ນແມ່ນບັນດາປະເທດທີ່ຕ້ອງຮ່ວມມືກັນຢ່າງກົມກ່ຽວເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີ - ປາຊີຟິກ, ເພີ່ມທະວີການຮ່ວມມືໃນບັນດາບັນຫາການເມືອງ ແລະ ເສດຖະກິດ. ພ້ອມກັນນັ້ນ, ສິ່ງສຳຄັນແມ່ນ ຕ້ອງກະທຳບົນຫຼັກການເຄົາກົດໝາຍສາກົນ, ເພື່ອຜົນປະໂຫຍດຂອງກັນ ແລະ ຮັບປະກັນພື້ນຖານຄວາມໝັ້ນຄົງສະເໝີພາບ ແລະ ບໍ່ຖືກຕັດແຍກ”. ທ່ານປະທານາທິບໍດີ Putin ຖືວ່າ ອະນາຄົດຂອງພາກພື້ນ ອາຊີ - ປາຊີຟິກ ແມ່ນຂຶ້ນກັບຄວາມສາມັກຄີຂອງບັນດາປະເທດຕໍ່ໜ້າບັນດາສິ່ງທ້າທາຍ ແລະ ໄພນາບຂູ່ທີ່ພວມເກີດຂຶ້ນ, ພ້ອມທັງຂຶ້ນກັບເຈດຕະນາດີການຮ່ວມມືເພື່ອການພັດທະນາລວມ ແລະ ຍືນຍົງ ແລະ ລັດເຊຍ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວຽກງານລວມດັ່ງກ່າວ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top