• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ 2020: ການ​ນຳ​ບັນ​ດາ​ປະ​ເທດ ເຊີດ​ຊູ​ບົດ​ບາດ​ຂ​ອງ RCEP

ວັນທີ 15 ພະຈິກ, ການນຳຫຼາຍປະເທດໄດ້ຍົກສູງຄຸນຄ່າຂອງ ສັນຍາຄູ່່ຮ່ວມມືເສດຖະກິດຮອບດ້ານພາກພື້ນ RCEP ສຳລັບພາກພື້ນ ພາຍຫຼັງສັນຍາດັ່ງກ່າວໄດ້ຮັບການລົງນາມ.
ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຕີລາຄາສູງຕໍ່ການລົງນາມໃນສັນຍາ RCEP ເຊິ່ງເປັນສັນຍາລັກໃຫ້ແກ່ຄຳໝັ້ນສັນຍາເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ. ຕາມທ່ານປະທານາທິບໍດີ Joko Widodo ແລ້ວ, ສັນຍາ RCEP ໄດ້ສ້າງຂີດໝາຍແກ່ການໃຫ້ຄຳໝັ້ນສັນຍາຂອງບັນດາປະເທດກັບບັນດາຫຼັກການທາງການຄ້າຫຼາຍຝ່າຍ “ເປີດເຜີຍ, ຍຸຕິທຳ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກໆຝ່າຍ”.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນສັກຂີພິຍານພິທີລົງນາມ (ຜູ້ຢູ່ເບື້ອງຊ້າຍ)  (ພາບ: dangcongsan.vn)

ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ເນັ້ນໜັກວ່າ ການລົງນາມໃນສັນຍາ RCEP ໄດ້ສະແດງໃຫ້ເຫັນວ່າ “ການໃຫ້ຄຳໝັ້ນສັນຍາລວມ ຕໍ່ການຮັກສາບັນດາລະບົບສະໜອງເປີດ ແລະ ເຊື່ອມຕໍ່, ຕໍ່ການຊຸກຍູ້ການຄ້າທີ່ມີຄວາມເສລີກວ່າ ແລະ ເອື່ອຍອີງໃສ່ກັນຢ່າງແໜ້ນແຟ້ນກວ່າ, ພິເສດແມ່ນໃນສະພາບການທີ່ປະເຊີນໜ້າກັບໂລກລະບາດໂຄວິດ - 19 ນັ້ນ, ບັນດາປະເທດຈະຫັນສູ່ພາຍໃນ ແລະ ມຸ່ງຕາມທິດອາລັກຂາຫຼາຍກວ່າ”.

        ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ຕີລາຄາວ່າ ສັນຍາ RCEP ບໍ່ພຽງແຕ່ແມ່ນຂໍ້ຕົກລົງທາງການຄ້າມີຂອບຂະໜາດໃຫຍ່ທີ່ສຸດໃນໂລກເທົ່ານັ້ນ, ຫາກຍັງມີລັກສະນະເປັນເອກະລັກສະເພາະກ່ຽວກັບຄຸນນະພາບ ແລະ ມາດຕະຖານ, ກໍຄືຜົນກະທົບຕັ້ງໜ້າຂອງສັນຍາສະບັບດັ່ງກ່າວທີ່ມີຕໍ່ການຍົກສູງລັກສະນະແກ້ງແຍ້ງ ແລະ ເຮັດໃຫ້ເພີ່ມຜົນປະໂຫຍດເສດຖະກິດຂອງບັນດາປະເທດສະມາຊິກທັງໝົດອີກດ້ວຍ.

        ສ່ວນທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຖະແຫຼງວ່າ ເລື່ອງ 15 ປະເທດໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ໃນນັ້ນ ມີອົດສະຕາລີ, ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາລວມກ່ຽວກັບການເປີດປະຕູການຄ້າ ແລະ ການລົງທຶນ, ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍຈາກໂລກລະບາດໂຄວິດ - 19 ກໍ່ຂຶ້ນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Roman Golovchenko ຈະສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊືອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

Top