• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ 2020: ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ການ​ປ້ອງ​ກັນ​ຊາດ ​ອາ​ຊຽນ​ເປີດ​ກ້​ວາງ​ທາງ​ອອນ​ລາຍ

ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຢ່າງແທ້ຈິງລະຫວ່າງ ບັນດາປະເທດອາຊຽນກັບບັນດາປະເທດຄູ່ຮ່ວມມືໃນຂອບເຂດ ADMM+, ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດອາຊຽນເປີດກ້ວາງ ທາງອອນລາຍ (ADSOM+) ທີ່ໄດ້ດຳເນີນໃນວັນທີ 7 ກໍລະກົດ.

ທ່ານ ພົນຕີ ຫວຸຈຽນທັ໊ງ, ຫົວໜ້າກົມພົວພັນການຕ່າງປະເທດ, ຫົວໜ້າ ADSOM WG ຫວຽດາມ ເປັນຫົວໜ້າກອງປະຊຸມ (ພາບ: TTXVN)

ວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຈັດຕັ້ງກອງປະຊຸມກຸ່ມ ເຈົ້າໜ້າທີ່ອາວຸໂສ ປ້ອງກັນຊາດອາຊຽນເປີດກ້ວາງ ທາງອອນລາຍ (ADSOM+WG), ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຖາບັນຍຸດທະສາດປ້ອງກັນຊາດ, ສະຖາບັນການພົວພັນສາກົນດ້ານປ້ອງກັນຊາດ (ກະຊວງປ້ອງກັນປະເທດຫວຽດນາມ), ຫົວໜ້າ ADSOM WG 9 ປະເທດອາຊຽນ ແລະ 8 ປະເທດຄູ່ເຈລະຈາ (ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ), ຜູ້ຕາງໜ້າຄະນະເລຂານຸການອາຊຽນ ແລະ ສະມາຊິກບັນດາຄະນະ. ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຢ່າງແທ້ຈິງລະຫວ່າງ ບັນດາປະເທດອາຊຽນກັບບັນດາປະເທດຄູ່ຮ່ວມມືໃນຂອບເຂດ ADMM+, ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດອາຊຽນເປີດກ້ວາງ ທາງອອນລາຍ (ADSOM+) ທີ່ໄດ້ດຳເນີນໃນວັນທີ 7 ກໍລະກົດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ພົນຕີ ຫວຸຈຽນທັ໊ງ, ຫົວໜ້າກົມພົວພັນການຕ່າງປະເທດ, ຫົວໜ້າ ADSOM WG ຫວຽດາມໄດ້ປະກາດ ເລື່ອງຈັດຕັ້ງການຊ້ອມຮົບປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຮ່ວມທາງອອນລາຍຂອງເສນາຮັກ ບັນດາປະເທດອາຊຽນທີ່ໄດ້ເນີນໃນວັນທີ 27 ພຶດສະພາ ປີ 2020 ສຳເລັດຜົນ, ທ່ານກໍ່ຢັ້ງຢືນວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືພຶດຕະກຳຕົວຈິງເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບຈາກລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ໃນຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການຮັບມືກັບໂລກລະບາດທີ່ໄດ້ຮັບຮອງຈາກ ກອງປະຊຸມ ADMM ວົງແຄບໃນເດືອນກຸມພາທີ່ຜ່ານມາ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top