• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ​ກັນ​ສ້າງ​ສັນ​ຕິ​ພາບ ແລະ ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ

ວັນທີ 24 ກໍລະກົດ, ຢູ່ ນິວຢອກ, ອາເມລິກາ, ສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 92 ເພື່ອປຶກສາຫາລື ແລະ ຜ່ານບົດລາຍງານປີ 2023 ຂອງຄະນະກຳມະການສ້າງສັນຕິພາບ ສປຊ.
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ

ກ່າວຄຳເຫັນທີ່ກອງປະຊຸມ, ຕາງໜ້າໃຫ້ ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ອາຊຽນ ປາດຖະໜາຢາກປະຊາຄົມສາກົນ ຈະມານະພະຍາຍາມຫຼາຍກວ່າອີກ ແລະ ໃຫ້ຄຳໝັ້ນສັນຍາຫຼາຍຝ່າຍກວ່າອີກ ເພື່ອແກ້ໄຂການປະທະກັນ ຮັບຮອງເອົາວິທີການສຳຜັດຮອບດ້ານ ແລະ ສົມທົບກັນຢ່າງແໜ້ນແຟ້ນກວ່າ, ໃນນັ້ນ ຕ້ອງເພີ່ມທະວີບົດບາດຂອງບັນດາອົງການຈັດຕັ້ງໃນພາກພື້ນ ໃນການຮັບປະກັນສັນຕິພາບ ແລະ ສະຖຽນລະພາບ. ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາມ ຢັ້ງຢືນຄືນຄຳໝັ້ນສັນຍາອັນໜັກແໜ້ນຂອງ ອາຊຽນ ສຳລັບບັນດາຄວາມມານະພະຍາຍາມຮັກສາສັນຕິພາບຂອງ ສປຊ, ພ້ອມແລ້ວທີ່ຈະຊຸກຍູ້ການເຂົ້າຮ່ວມ ແລະ ຮ່ວມມືກັບບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມມືຢູ່ນອກພາກພື້ນ, ນັບທັງການຮັບຮອງເອົາກົນໄກທີ່ພວມມີຢູ່ ໂດຍ ອາຊຽນ ນຳພາ ເພື່ອຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ພັດທະນາ, ພ້ອມທັງເພີ່ມທະວີກຳລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພາກພື້ນ ຕໍ່ບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະ ໄທ.

Top