• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ຕ້ອງ​ສາ​ມັກ​ຄີ ແລະ ຕັດ​ສິນ​ໃຈ​ບັນ​ລຸ​ໄດ້ COC ທີ່​ມີ​ລັກ​ສະ​ນະ​ຜູກ​ມັດ​ທາງ​ດ້ານ​ນິ​ຕິ​ກຳ

ສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຕ້ອງຕັດສິນໃຈ ແລະ ມີຄວາມສາມັກຄີໃນການຍູ້ໄວການເຈລະຈາຕ່າງໆ ເພື່ອມຸ່ງໄປເຖິງການເຊັນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີລັກສະນະຜູກມັດທາງດ້ານນິຕິກຳໂດຍໄວ.
  ທ່ານ Veeramalla Anjaiah ຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອິນໂດເນເຊຍ  

ໂດຍຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອິນໂດເນເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນລົງນາມໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS) ຄົບຮອບ 40 ປີ ແລະ ຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຄົບຮອບ 20 ປີ, ທ່ານ Veeramalla Anjaiah, ນັກຊ່ຽວຊານຄົ້ນຄວ້າ ສັງກັດສະຖາບັນຄົ້ນຄວ້າບັນດາບັນຫາໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປະຈຳ ອິນໂດເນເຊຍ ໄດ້ເນັ້ນໜັກວ່າ: ສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຕ້ອງຕັດສິນໃຈ ແລະ ມີຄວາມສາມັກຄີໃນການຍູ້ໄວການເຈລະຈາຕ່າງໆ ເພື່ອມຸ່ງໄປເຖິງການເຊັນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີລັກສະນະຜູກມັດທາງດ້ານນິຕິກຳໂດຍໄວ.

ທ່ານ Veeramalla Anjaiah ຖືວ່າ, ພາຍຫຼັງການລົງນາມມາເປັນເວລາ 20 ປີ, DOC ຍັງມີຂໍ້ຈຳກັດຈຳນວນໜຶ່ງ ຍ້ອນບໍ່ມີຄວາມຜູກມັດທາງດ້ານນິຕິກຳລະຫວ່າງບັນດາປະເທດ, ຍັງບໍ່ທັນເສີມຂະຫຍາຍໄດ້ປະສິດທິຜົນໃນການແກ້ໄຂບັນດາຂໍ້ຂັດແຍ້ງຢູ່ທະເລ. ທ່ານ Veeramalla Anjaiah ເນັ້ນໜັກວ່າ ບັນດາປະເທດ ອາຊຽນ ຕ້ອງມີຄວາມສາມັກຄີໃນການຍູ້ໄວການເຈລະຈາຕ່າງໆ ເພື່ອມຸ່ງໄປເຖິງການເຊັນກົດແຫ່ງການປະພຶດ COC ທີ່ມີຄວາມຜູກມັດທາງດ້ານນິຕິກຳ. COC ສະບັບໃໝ່ ຈະແມ່ນກົນໄກທີ່ມີປະສິດທິຜົນເພື່ອແກ້ໄຂຄວາມບໍ່ລົງລອຍກັນ, ຄວບຄຸມບັນດາການເຄື່ອນໄຫວທີ່ອາດຈະກໍ່ຄວາມເຄັ່ງຕຶງຢູ່ເຂດທະເລຕາເວັນອອກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top