• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ - ຈີນ ຊູກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ​ໃນ​ພາກ​ພື້ນ

ຈີນ ຖື ອາຊຽນ ເປັນສຳຄັນໃນບັນດາອົງການຮ່ວມມືລະດັບພາກພື້ນທີ່ປະສົບຜົນສຳເລັດທີ່ສຸດໃນໂລກ ແລະ ຕີລາຄາສູງຄວາມສຳຄັນຂອງ ສົນທິສັນຍາວ່າດ້ວຍໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC) ໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ.
ທ່ານເລຂາທິນຸການ ອາຊຽນ Kao Kim Hourn ກ່າວຄຳເຫັນທີ່ເວທີປາໄສ ຈາກາຕາ ກ່ຽວກັບການພົວພັນ ອາຊຽນ - ຈີນ (ພາບ: ASEAN)
ກ່າວຄຳເຫັນທີ່ພິທີໄຂເວທີປາໄສ ຈາກາຕາ ກ່ຽວກັບການພົວພັນ ອາຊຽນ - ຈີນ ດ້ວຍຫົວຂໍ້ “ສະເຫຼີມສະຫຼອງວັນ ຈີນ ເຂົ້າຮ່ວມສົນທິສັນຍາ TAC  ຄົບຮອບ 20 ປີ” ເຊິ່ງດຳເນີນໃນວັນທີ 22 ມິຖຸນາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານ ໜຸງຢຸງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຈີນ ໄດ້ແບ່ງປັນກ່ຽວກັບເນື້ອໃນສານອວຍພອນຂອງທ່ານລັດຖະມົນຕີການຕ່າງປະເທດ ສິນກາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີ ແຫ່ງວັນຈີນເຂົ້າຮ່ວມສົນທິສັນຍາ TAC. ໃນສານອວຍພອນ, ທ່ານລັດຖະມົນຕີ ສິນກາງ ເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນຂີດໝາຍສຳຄັນໃນການພົວພັນ ອາຊຽນ - ຈີນ ເທົ່ານັ້ນ ຫາກຍັງແມ່ນເຫດການທີ່ມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບທົ່ວພາກພື້ນອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top