• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາໄລຫາອະດີດປະທານປະເທດ ເລດຶກແອັງ ຢູ່ຫລາຍປະເທດ

      ຕອນເຊົ້າວັນທີ 04 ພຶດສະພາ, ທີ່ ຈາກາກຕາ ປະເທດ ອິນໂດເນເຊຍ, ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi, ທ່ານຮອງເລຂາທິການໃຫຍ່ ອາຊຽນ ຮ່ວາງແອັງຕ໊ວນ ໄດ້ໄປໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ຢູ່ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ.
            ທີ່ພິທີໄວ້ອາໄລ, ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໄດ້ສະແດງຄວາມນິຍົມເຄົາລົບນັບຖືຕໍ່ອະດີດປະທານປະເທດ ເລດຶກແອັງ, ແມ່ນການນຳທີ່ມີວິໄສທັດຍຸດທະສາດຕໍ່ການພັດທະນາຂອງປະເທດ ຫວຽດນາມ ແລະ ມີບັນດາການປະກອບສ່ວນຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບໃນພາກພື້ນ.

(ພາບປະກອບ / laodong.vn
      ກ່ອນໜ້ານັ້ນ, ວັນທີ 03 ພຶດສະພາ, ທີ່ ນິວຢອກ ປະເທດ ອາເມລິກາ, ຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດກໍ່ໄດ້ຕ້ອນຮັບບັນດາຄະນະປະຕິບັດງານຫລາຍປະເທດ, ບັນດາອົງການຈັດຕັ້ງຂຶ້ນກັບສະຫະປະຊາຊາດ, ເພື່ອນມິດສາກົນ ແລະ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມາແບ່ງເບົາຄວາມເສົ້າສະຫຼົດໃຈ. ໃນປື້ມໄວ້ອາໄລ, ຜູ້ຕາງໜ້າຄະນະປະຕິບັດງານປະເທດຕ່າງໆໄດ້ຕີລາຄາສູງ ບັນດາການປະກອບສ່ວນອັນໃຫຍ່ຫລວງຂອງອະດີດປະທານປະເທດ ເລດຶກແອັງ ທີ່ມີຕໍ່ປະເທດ ຫວຽດນາມ ກໍ່ຄືຊຸກຍູ້ການພົວພັນຮ່ວມມືສາກົນ. ແລະກໍ່ໃນຕອນເຊົ້າວັນດຽວກັນ (03/05 ຕາມເວລາທ້ອງຖິ່ນ), ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ, ຝຣັ່ງ, ການາດາ, ບັງກະລາເທດ…ກໍ່ຈັດຕັ້ງພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top