• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ໜູນຊ່ວຍ ຫວຽດນາມ ຍູ້ແຮງການຢັ້ງຢືນຊື່ແລະນາສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

ຄະນະປະຕິບັດງານໄດ້ສະເໜີໃຫ້ບັນດາອົງການທີ່ມີໜ້າທີ່ ອາເມລິກາ ຍູ້ໄວຄວາມຄືບໜ້າການຖອດລະຫັດ ແລະ ມອບສົ່ງຮອບດ້ານກ່ຽວກັບບັນດາສຳເນົາເອກະສານທີ່ກ່ຽວຂ້ອງເຖິງເຂດທີ່ມີທະຫານ ຫວຽດນາມ ເສຍສະຫຼະຊີວິດ.
  ທີ່​ການ​ເຮັດ​ວຽກ. (ພາບ: VNA)  

ໂດຍ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ, ວັນ​ທີ 14 ສິງ​ຫາ, ຄະ​ນະ​ປະ​ຕິ​ບັດ​ງາ​ນ​ຄະ​ນະຊີ້​ນຳ​​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ​ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດ​ນາມ ໂດຍ​ທ່ານ​ພົນ​ໂທ ຫງວຽນ​ວັນ​ເກົາ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ປະ​ຈ​ຳ​ການ​ຄະ​ນະ​ຊີ້​ນຳ, ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ເຮັດ​ວຽກ​ກັບ​ອົງ​ການກວດ​ກາຈະ​ນວ​ນ​ຊະ​ເລີຍ​ເສິກ ແລະ ຜູ້​ຫາຍ​ສາບ​ສູນ​ຂຶ້ນ​ກັບ​ກະ​ຊວງ​ສົງ​ຄາມ ອາ​ເມ​ລິ​ກາ (DPAA).

ທີ່​ການ​ເຮັດ​ວຽກ, ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ສະ​ເໜີ​ໃຫ້​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່ ອາ​ເມ​ລິ​ກາ ຍູ້​ໄວ​ຄວາມ​ຄືບ​ໜ້າ​ການ​​ຖອ​ດ​ລະ​ຫັດ ແລະ ມອບ​ສົ່ງ​​ຮອບ​ດ້ານ​ກ່ຽວ​ກັບບັນ​ດາ​ສຳ​ເນົາເອ​ກະ​ສານ​ທີ່​ກ່ຽ​ວ​ຂ້ອງ​ເຖິງ​ເຂດ​ທີ່​ມີ​ທະ​ຫານ ຫວຽດ​ນາມ ເສຍ​ສະ​ຫຼະ​ຊີ​ວິດ​. ພ້ອມ​ກັນ​ນັ້ນ, ຄະ​ນະ​ຜູ້​ແທນກໍ່ສະ​ເໜີ​ໃຫ້ DPAA ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂັ້ນ​ຕອນ​ເຕັກ​ນິກ ແລະ ຖ່າຍ​ທອດ​ບັນ​ດາ​ມາດ​ຕະ​ການ​ສັງ​ລວມ, ຫຼາຍ​ຂະ​ແໜງ, ທັນ​ສະ​ໄໝ​ໃນ​ການຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນອັດ​ຖິ.

ສ່ວນ​ຜູ້​ຕາງ​ໜ້າ DPAA ຢືນ​ຢັນ​ວ່າ ການ​ໜູນ​ຊ່ວ​ຍ ຫວຽດ​ນາມ ໃນ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດແມ່ນ​ໜ້າ​ທີ່​ແຫ່ງ​ຫຼັກ​ສິນ​ທຳ ແລະ ແມ່ນ​ບຸ​ລິ​ມະ​ສິດ​ສຳ​ຄັນ.

(ແຫຼ່ງຄັດຈາກ VOV)

ຍູ້ໄວຄວາມຄືບໜ້າການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສວນສາທາລະນະ ເລທິຣຽງ

ຍູ້ໄວຄວາມຄືບໜ້າການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສວນສາທາລະນະ ເລທິຣຽງ

ໃນວັນທີ 14 ສິງຫາ, ຢູ່ເຂດ B, ກຳລັງປະຕິບັດໜ້າທີ່ໄດ້ພົບເຫັນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 10 ອັດຖິ ແລະ ວັດຖຸພັນຕິດມາພ້ອມ 3 ອັດຖິ.

Top