• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ໜູນຊ່ວຍເງິນ 2 ລ້ານ USD ໃຫ້ຫວຽດນາມຕື່ມອີກເພື່ອຮັບມືກັບ ນ້ຳຖ້ວມ

      ດ້ວຍບ້ວງເງິນນີ້, ອົງການພັດທະນາສາກົນ ອາເມລິກາ (USAID) ຈະເພີ່ມທະວີຄວາມມານະພະຍາຍາມຕອບສະໜອງຄວາມຕ້ອງການດ່ວນ ຂອງບັນດາປະຊາຊົນທີ່ຖືກຜົນສະທ້ອນຈາກ ພາຍຸຄັ້ງປະຫວັດສາດນີ້ ຢູ່ ຫວຽດນາມ. 

ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ
ຫງວຽນຊວັນຟຸກ (ພາບ:
TTXVN) 
      ວັນທີ 31 ຕຸລາ, ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ໃນການຢ້ຽມຢາມ ຫວຽດນາມ (29 – 30 ຕຸລາ), ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໄດ້ປະກາດວ່າ ອາເມລິກາ ຈະສະໜອງ ເງິນໜູນຊ່ວຍ ມະນຸດສະທຳທີ່ມີມູນຄ່າ 2 ລ້ານ USD ໃຫ້ ຫວຽດນາມ ຕື່ມອີກເພື່ອຮັບມືກັບພາຍຸ Molave ແລະ ສະພາບການນ້ຳຖ້ວມຢ່າງຮ້າຍແຮງທີ່ ໄດ້ ແລະ ພວມກໍ່ຜົນສະທ້ອນຕໍ່ເຂດພາກກາງ ຫວຽດນາມ ນັບແຕ່ຕົ້ນເດືອນຕຸລາ 2020.
            ດ້ວຍບ້ວງເງິນນີ້, ອົງການພັດທະນາສາກົນ ອາເມລິກາ (USAID) ຈະເພີ່ມທະວີຄວາມມານະພະຍາຍາມຕອບສະໜອງຄວາມຕ້ອງການດ່ວນ ຂອງບັນດາປະຊາຊົນທີ່ຖືກຜົນສະທ້ອນຈາກ ພາຍຸຄັ້ງປະຫວັດສາດນີ້ ຢູ່ ຫວຽດນາມ. ປັດຈຸບັນ, ບັນດາຄູ່ຮ່ວມມືຂອງ USAID, ໃນນັ້ນມີ ສະພາກາແດງ ຫວຽດນາມ, ພວມແກ້ໄຂບັນດາຄວາມຕ້ອງການ ກ່ຽວກັບສະບຽງອາຫານ, ບ່ອນຢູ່ອາໄສ, ນ້ຳສະອາດ…ໃຫ້ແກ່ບັນດາຄອບຄົວທີ່ຖືກຜົນສະທ້ອນຈາກພາຍຸ Molave. ບັນດາຄູ່ຮ່ວມມືຂອງ USAID  ກໍ່ຈະໜູນຊ່ວຍບັນດາຄອບຄົວທີ່ຖືກຜົນສະທ້ອນເມື່ອເຂົາເຈົ້າເລີ່ມຕົ້ນ ຟື້ນຟູການຜະລິດ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top