ບັນດາຄວາມພະຍາຍາມທາງການທູດເພື່ອແນໃສ່ຢຸດຕິການປະທະກັນທີ່ແກ່ຍາວມາເປັນເວລາ 7 ເດືອນລະຫວ່າງ ອາເມລິກາ ແລະ ອີຣານ ຍັງສືບຕໍ່ດຳເນີນໄປຜ່ານການເປັນກາງໄກ່ເກ່ຍຂອງ ກາຕາ ແລະ ປາກິດສະຖານ. ເຖິງຢ່າງໃດກໍ່ຕາມ, ການເຈລະຈາຍັງຄົງປະສົບກັບສິ່ງກີດຂວາງຫຼາຍຢ່າງຍ້ອນຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງກ່ຽວກັບບັນຫານິວເຄຼຍ ແລະ ໂຄງສ້າງສິດອຳນາດຢູ່ ເຕເຮຣານ.
ວັນທີ 06 ຕຸລາ, ທ່ານ Ibrahim al-Hashimi, ໂຄສົກກະຊວງການຕ່າງປະເທດ ກາຕາ ໄດ້ຢືນຢັນວ່າ ວໍຊິງຕັນ ແລະ ເຕເຮຣານ ພວມຕັ້ງໜ້າແລກປ່ຽນສານຜ່ານ ໂດຮາ ເພື່ອແນໃສ່ສ້າງພື້ນຖານໃຫ້ແກ່ບັນດາບາດກ້າວຕໍ່ໄປ.
ກ່ຽວຂ້ອງເຖິງເງື່ອນໄຂຢຸດຕິສົງຄາມ, ທ່ານ JD Vance, ຮອງປະທານາທິບໍດີ ອາເມລິກາ ຢືນຢັນວ່າ ວໍຊິງຕັນ ຮຽກຮ້ອງໃຫ້ ອີຣານ ຕ້ອງຫຼຸດຜ່ອນກຳລັງຄວາມສາມາດໃນການເສີມທາດຢູເລນຽມຂອງຕົນຢ່າງ "ມີຄວາມໝາຍ" (ພິເສດແມ່ນຢູ່ລະດັບ 60%) ຫາກບໍ່ພຽງແຕ່ຢຸດຢູ່ບັນດາຄຳໝັ້ນສັນຍາລ້າໆເທົ່ານັ້ນ.
ໃນວັນດຽວກັນ, ທີ່ການຢ້ຽມຢາມ Islamabad (ປາກິດສະຖານ), ທ່ານ António Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ອອກສຽງຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຢຸດຕິການປະທະກັນໃນທັນທີ, ກັບຄືນສູ່ເສັ້ນທາງການທູດ ແລະ ຮັບປະກັນຄວາມເສລີໃນການເດີນເຮືອຢູ່ທະເລຕາມກົດໝາຍສາກົນຢ່າງສິ້ນເຊີງ.






