• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ຈີນ ສ້າງແຜນການຈັດຕັ້ງການເຈລະຈາດ້ານການຄ້າ

      ອາເມລິກາ ແລະ ຈີນ ພວມສ້າງແຜນການຈັດຕັ້ງການເຈລະຈາດ້ານການຄ້າຢູ່ ບັກກິງ ໃນອາທິດໜ້າ, ໃນນັ້ນ ສຸມໃສ່ປຶກສາຫາລືບັນຫາຊັບສິນທາງປັນຍາ.

ທ່ານປະທານປະເທດ ຈີນ ສີຈິ້ນຜີງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: AFP/TTXVN
      ວັນທີ 08 ກຸມພາ, ແຫຼ່ງຂ່າວຈາກທຳນຽບຂາວໃຫ້ຮູ້ວ່າ: ບັນດາກອງປະຊຸມຂັ້ນຮອງຜູ້ຕາງໜ້າຈະເລີ່ມດຳເນີນ ນັບແຕ່ວັນທີ 11 ກຸມພາ ແລະ ຫລັງຈາກນັ້ນ ຈະດຳເນີນບັນດາກອງປະຊຸມເຈລະຈາຂັ້ນສູງ. ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ແລະ ທ່ານ Steven Mnuchin ລັດຖະມົນຕີການເງິນ ອາເມລິກາ ຈະໄປ ບັກກິງ ເພື່ອເຂົ້າຮ່ວມບັນດາກອງປະຊຸມສຳຄັນໃນລະຫວ່າງວັນທີ 14 ແລະ 15 ກຸມພາ.
        ອາເມລິກາ ແລະ ຈີນ ພວມມານະພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງການຄ້າສະບັບໜຶ່ງ, ໃນເວລາ 2 – 3 ອາທິດ, ກ່ອນທີ່ໝົດກຳນົດເວລາໃນເດືອນ ມີນາ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top