• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຈັດສັນແຫຼ່ງເງິນ 150 ລ້ານ ໂດລາສະຫະລັດເພື່ອໜູນຊ່ວຍປະຊາຊົນ ອາບການິດສະຖານ

ປະຈຸບັນ, 70% ຈຳນວນຄອບຄົວ ອາບການິດສະຖານ ບໍ່ສາມາດຕອບສະໜອງຄວາມຕ້ອງການພື້ນຖານໄດ້, ປະຊາຊົນປະມານ 22,8 ລ້ານຄົນ...
  ແມ່ຍິງ ແລະ ເດັກນ້ອຍໄປອົບພະຍົບຢູ່ Helmand, Afghanistan ເມື່ອວັນທີ 28 ມີນາ 2021. (ພາບ: AFP/TTXVN)  

ວັນທີ 13 ສິງຫາ, ທ່ານ Ned Priceໂຄສົກຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ປະເທດນີ້ຈະຈັດສັນຕື່ມແຫຼ່ງເງິນ 150 ລ້ານໂດລາສະຫະລັດ ເພື່ອໜູນຊ່ວຍເດັກນ້ອຍ ແລະ ແມ່ຍິງ ອາບການິດສະຖານ, ພ້ອມທັງແກ້ໄຂສະພາບ ຂາດດ້ານສະບຽງອາຫານຢູ່ປະເທດ ອາຊີຕາເວັນຕົກສ່ຽງໃຕ້ນີ້.

ຂະບວນການ ຕາລີບານ ໄດ້ກຳແໜ້ນສິດຄວບຄຸມ ອາບການິດສະຖານ ແຕ່ເດືອນສິງຫາ ປີກາຍ. ໃນສະພາບຂາດສະຖຽນລະພາບດ້ານການເມືອງເຮັດໃຫ້ກະ ແສຟອງອົບພະຍົບຂອງຊາວ ອາບການິດສະຖານ ຮ້າຍແຮງກ່ວາ, ລັດຖະບານບາງປະເທດ ແລະ ບາງອົງການໄດ້ສະໜອງການໜູນຊ່ວຍແຕກຕ່າງກັນຕ່າງໆໃຫ້ແກ່ປະຊາຊົນຖືກ ຜົນສະທ້ອນຈາກວິກິດການກ່ຽວກັບຄວາມໝັ້ນຄົງ, ເສດຖະກິດ, ມະນຸດສະທຳ ນັບມື້ນັບເລິກເຊິ່ງ, ກ້ວາງຂວາງຢູ່ປະເທດນີ້. ປະຈຸບັນ, 70% ຈຳນວນຄອບຄົວ ອາບການິດສະຖານ ບໍ່ສາມາດຕອບສະໜອງຄວາມຕ້ອງການພື້ນຖານໄດ້, ປະຊາຊົນປະມານ 22,8 ລ້ານຄົນ (ເທົ່າກັບ 50ປະຊາກອນ) ບໍ່ໄດ້ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ເດັກນ້ອຍ 3 ລ້ານຄົນມີໄພຈະຂາດສານອາຫານ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top