• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ

ທ່ານເອກອັກຄະລັດຖະທູດ ອາເມລິກາກໍ່ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມມືກັບ ຫວຽດນາມ ເພື່ອແນໃສ່ຊ່ວຍໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຫວຽດນາມ ປັບຕົວໃຫ້ແທດເໝາະກັບສະພາບແວດລ້ອມສາກົນໃນປັດຈຸບັນ.

ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel J.Krittenbrink ແລະ ບັນດາຜູ້ແທນ ເຂົ້າຢ້ຽມຢາມໂຮງານ GE ຢູ່ ຫາຍຟ່ອງ (ພາບ: Zing.vn )
ວັນທີ 21 ພະຈິກ, ທີ່ກອງປະຊຸມສຳມະນາ “ນຳວິສາຫະກິດຂະໜາດກາງ ແລະ ນ້ອຍກ້າວຂຶ້ນສູ່ການປະຕິວັດອຸດສາຫະກຳ 4.0 ແລະ ລະບົບມູນຄ່າຮອບດ້ານທົ່ວໂລກ” ໂດຍສະພາດຳເນີນທຸລະກິດອາເມລິກາ - ອາຊຽນ (USABC) ຈັດຂຶ້ນຢູ່ນະຄອນ ຫ໋າຍຟ່ອງ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel J.Krittenbrink, ເນັ້ນໜັກເຖິງການຮ່ວມມືລະຫວ່າງ ບັນດາບໍລິສັດຂອງອາເມລິກາ ແລະ ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ. ແລະຖືວ່າ, ມີຫຼາຍວິສາຫະກິດແຖວໜ້າຂອງ ອາເມລິກາ ໄດ້ມາລົງທຶນຢູ່ ຫວຽດນາມ ຄື: Microsoft, Cisco, FedEx, Coca-Cola, ແລະ Visa ເປັນການຢັ້ງຢືນໃຫ້ເຫັນການດຶງດູດຂອງຕະຫຼາດຫວຽດນາມ. ບັນດາບໍລິສັດເຫຼົ່ານີ້ ກຳລັງຊຸກຍູ້ການເຊື່ອມໂຍງຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍແຖວໜ້າຂອງ ຫວຽດນາມ ເຂົ້າໃນລະບົບສະໜອງທົ່ວໂລກ. ເຂົາເຈົ້າກຳລັງໝູນໃຊ້ບັນດາເຕັກໂນໂລຊີຂອງການປະຕິວັດ ອຸດສາຫະກຳ 4.0 ເພື່ອຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ ປະສົບຜົນສຳເລັດ. ທ່ານເອກອັກຄະລັດຖະທູດ ອາເມລິກາກໍ່ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມມືກັບ ຫວຽດນາມ ເພື່ອແນໃສ່ຊ່ວຍໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຫວຽດນາມ ປັບຕົວໃຫ້ແທດເໝາະກັບສະພາບແວດລ້ອມສາກົນໃນປັດຈຸບັນ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top