• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາແລະຍີ່ປຸ່ນ ຄັດຄ້ານການເຄື່ອນໄຫວຫັນເປັນການທະຫານ,ກໍ່ຄວາມຂາດສະຖຽນລະພາບຢູ່ທະເລຕາເວັນອອກແລະ ທະເລຮວາຕຸງ

      ວັນທີ 19 ເມສາ, ຢູ່ ສຳນັກງານກະຊວງການຕ່າງປະເທດ ອາເມລິກາ ໄດ້ດຳເນີນກອງປະຊຸມຄະນະກຳມະການປຶກສາຫາລືຄວາມໝັ້ນຄົງ ອາເມລິກາ - ຍີ່ປຸ່ນ ຫລື ເອີ້ນວ່າ ກອງປະຊຸມ 2+2. 
ເຂົ້າຮ່ວມກອງປະຊຸມນີ້ ຝ່າຍ ອາເມລິກາ ມີທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ທ່ານ  Patrick Shanahan ຜູ້ຮັກສາການກະຊວງປ້ອງກັນປະເທດ ອາເມລິກາ, ຝ່າຍ ຍີ່ປຸ່ນ ມີທ່ານ Taro Kono ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ແລະ ທ່ານTakeshi Iwaya ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ.
ກອງປະຊຸມໄດ້ສຸມໃສ່ເຂົ້າໃນການສົມທົບລະຫວ່າງ ອາເມລິກາ ແລະ ຍີ່ປຸ່ນ ເພື່ອຮັບມືກັບສະພາບແວດລ້ອມຄວາມໝັ້ນຄົງພາກພື້ນທີ່ພວມມີການຜັນປ່ຽນ. ສອງປະເທດເຫັນດີ ກ່ຽວກັບຄວາມຈຳເປັນສ້າງຕັ້ງເຄືອຂ່າຍຢ່າງແຫນ້ນແຟ້ນລະຫວ່າງບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມືເພື່ອຕ້ານຄືນທຸກຮູບການນາບຂູ່. ອາເມລິກາ ແລະ ຍີ່ປຸ່ນ ຈະສືບຕໍ່ຊຸກຍູ້ການຮ່ວມມືສາມຝ່າຍ ແລະ ຫລາຍຝ່າຍ ກັບບັນດາຄູ່ຮ່ວມມືພາກພື້ນ, ເປັນຫນ້າສົນໃຈແມ່ນກັບ ສ. ເກົາຫລີ, ອົດສະຕາລີ, ອິນເດຍ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງ, ຊຸກຍູ້ຄວາມວັດທະນາຖາວອນໃນພາກພື້ນ. ທ່ານ ລັດຖະມົນຕີ ອາເມລິກາ Mike Pompeo ເນັ້ນຫນັກວ່າ:
ພວກຂ້າພະເຈົ້າຄັດຄ້ານທຸກການເຄື່ອນໄຫວຫັນເປັນການທະຫານ ແລະກໍ່ຄວາມຂາດສະຖຽນລະພາບຢູ່ ທະເລຕາເວັນອອກ ແລະ ທະເລຮວາຕຸງ. ພວກຂ້າພະເຈົ້າເລັ່ງລັດໃຫ້ທຸກຝ່າຍຈົ່ງເຄົາລົບວິວັດທະນາການດ້ານກົດໝາຍ ແລະ ການທູດ ຢ່າງຄົບຖ້ວນ, ແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີ ບໍ່ນາບຂູ່ ຫລື ນຳໃຊ້ກຳລັງແຮງການທະຫານ. ທຸກຝ່າຍຕ້ອງເຄົາລົບສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top