• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາວຸດ ເຊິ່ງ ສປປ.ເກົາຫຼີ ຫາກໍທົດລອງ ບໍ່ມີລູກສອນໄຟນໍາວິຖີ

      ວັນທີ 18 ເມສາ, ທ່ານ Pattrick Shanahan ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ກ່າວວ່າ ເຫດທົດລອງອາວຸດ ເຊິ່ງ ສປປ.ເກົາຫຼີ ຫາກໍດໍາເນີນໃນຕອນເຊົ້າຂອງວັນດຽວກັນນັ້ນ ບໍ່ມີລູກສອນໄຟນໍາວິຖີ.

ການນໍາ Kim Jong-un ກວດກາການຝຶກຊ້ອມ (ພາບ:TTXVN)
      ທ່ານ Shanahan ໄດ້ຍົກອອກຄໍາຢືນຢັນດັ່ງກ່າວພາຍຫຼັງສື່ມວນຊົນ ສປປ.ເກົາຫຼີ ໃຫ້ຂ່າວ ກ່ຽວກັບການທົດລອງ “ອາວຸດນໍາທາງຍຸດທະສາດ” ປະເພດໃໝ່ ພາຍໃຕ້ການຕິດຕາມກວດກາຂອງການນໍາ Kim Jong-un 2 – 3 ຊົ່ວໂມງ. ກ່າວຄໍາເຫັນຕໍ່ບັນດານັກຂ່າວຢູ່ທໍານຽບ 5 ແຈ, ທ່ານ Shanahan ກໍກ່າວວ່າ ເຫດທົດລອງອາວຸດດັ່ງກ່າວ ບໍ່ເຮັດໃຫ້ ທັດສະນະ ຫຼື ບັນດາການກະທໍາຂອງ ອາເມລິກາ ກ່ຽວກັບບັນຫາ ສປປ.ເກົາຫຼີ ປ່ຽນແປງ.
        ເຫດທົດລອງ ອາວຸດປະເພດໃໝ່ ຂອງ ສປປ.ເກົາຫຼີ ຖືກ ວົງການນັກສັງເກດການຮັບຮູ້ ປຽບເໝືອນດັ່ງຄວາມມານະພະຍາຍາມ ເພື່ອໃຫ້ ພຽງຢາງ ຄິດໄລ່ຊັ່ງຊາທີ່ຕັ້ງບົດບາດໃນບັນດາການເຈລະຈາພວມຕົກເຂົ້າສູ່ສະພາບຈົນຕາແຈ ກັບ ວໍຊິງຕັນ ກ່ຽວກັບບັນຫາຍົກເລີກໂຄງການນິວເຄຼຍຂອງ ສປປ.ເກົາຫຼີ ເພື່ອປ່ຽນກັບການໄດ້ລົບລ້າງບັນດາຄໍາສັ່ງຂວໍ້າບາດ ໂດຍ ອາເມລິກາ ຈັດວາງໃຫ້ປະເທດອາຊີຕາເວັນອອກສ່ຽງເໜືອນີ້.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top