• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາທິດເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ສະພາແຫ່ງຊາດໃຫ້ລົງຄະແນນສຽງຮັບຮອງເອົາກົດໝາຍ, ມະຕິບາງສະບັບ.
ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: qdnd.vn)

ໃນອາທິດເຮັດວຽກສຸດທ້າຍ (ແຕ່ວັນທີ 27-29 ພະຈິກ) ຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະພາແຫ່ງຊາດໃຫ້ລົງຄະແນນສຽງຮັບຮອງເອົາກົດໝາຍ, ມະຕິບາງສະບັບ.
ບັນດາກົດໝາຍ, ລວມມີ: ກົດໝາຍວ່າດ້ວຍບັດປະຈຳຕົວ; ກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ); ກົດໝາຍວ່າດ້ວຍແຫຼ່ງຊັບພະຍາກອນນ້ຳ (ສະບັບປັບປຸງ); ກົດໝາຍວ່າດ້ວຍການດຳເນີນທຸລະກິດ ອະສັງຫາລິມະຊັບ (ສະບັບປັບປຸງ); ກົດໝາຍວ່າດ້ວຍກຳລັງເຂົ້າຮ່ວມການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂັ້ນຮາກຖານ.
ບັນດາມະຕິ ລວມມີ: ມະຕິທົດລອງບາງກົນໄກ, ນະໂຍບາຍສະເພາະກ່ຽວກັບການລົງທຶນກໍ່ສ້າງກິດຈະກຳຄົມມະນາຄົມທາງບົກ; ມະຕິກ່ຽວກັບໝາກຜົນການຕິດຕາມກວດກາຫົວເລື່ອງສະເພາະ “ການຜັນຂະຫຍາຍປະຕິບັດມະຕິສະບັບຕ່າງໆຂອງສະພາແຫ່ງຊາດກ່ຽວກັບບັນດາໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໄລຍະ 2021 – 2025, ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021 – 2025, ການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 - 2030”; ມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມ; ມະຕິກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XV.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

Top