• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ກອງປະຊຸມບັນດານັກຊ່ຽວຊານຂັ້ນສູງອາຊີຕາເວັນອອກກ່ຽວກັບການຮັບມືກັບໂຄວິດ-19

      ວັນທີ 16 ຕຸລາ, ກອງປະຊຸມບັນດານັກຊ່ຽວຊານຂັ້ນສູງອາຊີຕາເວັນອອກ (EAS) ກ່ຽວກັບການຮ່ວມມືຮັບມືກັບໂຄວິດ-19 ໄດ້ຈັດຕັ້ງຕາມຮູບການທາງອອນລາຍ, ພາຍໃຕ້ການເປັນປະທານຮ່ວມຂອງ ຫວຽດນາມ ແລະ ອິນໂດເນເຊຍ. 
            ນີ້ແມ່ນກອງປະຊຸມທີ່ນອນໃນຂອບເຂດຂໍ້ລິເລີ່ມລວມຂອງ ຫວຽດນາມ - ອິນໂດເນເຊຍ ແນໃສ່ເພີ່ມທະວີການຮ່ວມມື EAS ເມື່ອຮັບມືກັບໂຄວິດ-19 ແລະ ບັນດາກໍລະນີການແພດສາທາລະນະສຸກເສີນໃນອະນາຄົດ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ (ພາບ: TTXVN)
              ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າຄະນະຜູ້ແທນເຈົ້າໜ້າທີ່ຂັ້ນສູງ SOM ອາຊຽນ ຂອງ ຫວຽດນາມ ໄດ້ສະເໜີໃຫ້ບັນດາຄູ່ຮ່ວມມື EAS ຈົ່ງສືບຕໍ່ຕັ້ງໜ້າສະໜັບສະໜູນ ແລະ ໜູນຊ່ວຍບັນດາຂໍ້ລິເລີ່ມຂອງ ອາຊຽນ ໃນການຮັບມືກັບໂຄວິດ-19 ແລະ ບັນດາໂລກລະບາດໃນອະນາຄົດ.
        ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ກໍ່ປາດຖະໜາຢາກສືບຕໍ່ຍົກສູງປະສິດທິຜົນການຮ່ວມມື EAS ໃນການຄວບຄຸມ ແລະ ສະກັດກັ້ນໂລກລະບາດ, ພ້ອມທັງຫລຸດຜ່ອນການກະທົບຕໍ່ເສດຖະກິດ - ສັງຄົມ ແລະ ຊຸກຍູ້ການຟື້ນຟູແບບຍືນຍົງ; ພ້ອມທັງຢືນຢັນວ່າ ບັນດາຄວາມມານະພະຍາຍາມ ພ້ອມກັບບັນດາຂໍ້ລິເລີ່ມທີ່ມີຢູ່ແລ້ວຂອງ ອາຊຽນ ພ້ອມກັບຜົນງານແຫ່ງການຮ່ວມມືກັບບັນດາຄູ່ຮ່ວມມື EAS ແມ່ນພື້ນຖານສຳຄັນ ເພື່ອສືບຕໍ່ຍູ້ແຮງການຮ່ວມມື EAS ເພື່ອເປົ້າໝາຍນີ້.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top