• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ADB ເລີ່ມເຄື່ອນໄຫວຂໍ້ລິເລີ່ມສະໜັບສະໜູນບັນດາໂຄງການພື້ນຖານໂຄງລ່າງ “ຂຽວ”

      ລັດຖະບານບັນດາປະເທດ ອາຊຽນ ພ້ອມດ້ວຍ ທະນາຄານພັດທະນາອາຊີ (ADB) ແລະ ບັນດາຜູ້ອຸປະຖໍາການພັດທະນາ ໄດ້ເລີ່ມເຄື່ອນໄຫວຂໍ້ລິເລີ່ມ ເພື່ອແນໃສ່ຊຸກຍູ້ເງິນລົງທຶນຫຼາຍກວ່າ 1 ຕື້ USD ເຂົ້າບັນດາໂຄງການພັດທະນາພື້ນຖານໂຄງລ່າງຢູ່ 10 ປະເທດ ອາຊຽນ.
        ວັນທີ 04 ເມສາ, ລັດຖະບານບັນດາປະເທດ ອາຊຽນ ພ້ອມດ້ວຍ ທະນາຄານພັດທະນາອາຊີ (ADB) ແລະ ບັນດາຜູ້ອຸປະຖໍາການພັດທະນາ ໄດ້ເລີ່ມເຄື່ອນໄຫວຂໍ້ລິເລີ່ມ ເພື່ອແນໃສ່ຊຸກຍູ້ເງິນລົງທຶນຫຼາຍກວ່າ 1 ຕື້ USD ເຂົ້າບັນດາໂຄງການພັດທະນາພື້ນຖານໂຄງລ່າງຢູ່ 10 ປະເທດ ອາຊຽນ. ຂໍ້ລິເລີ່ມກົນໄກການເງິນພື້ນຖານໂຄງລ່າງ ຂຽວ ອາຊຽນ ໄດ້ເລີ່ມຕົ້ນຢູ່ກອງປະຊຸມຂອງບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງອາຊຽນ ທີ່ໄດ້ດໍາເນີນໃນລະຫວ່າງວັນທີ 04 – 05 ເມສາ ຢູ່ນະຄອນຊຽງຣາຍ, ທາງພາກເໜືອຂອງໄທ. ກົນໄກໃໝ່ດັ່ງກ່າວ ຈະສະໜອງບ້ວງເງິນກູ້ຢືມ ແລະໜູນຊ່ວຍທາງດ້ານເຕັກນິກທີ່ຈໍາເປັນໃຫ້ແກ່ບັນດາໂຄງການພື້ນຖານໂຄງລ່າງ “ຂຽວ”.
        ທ່ານ Takehiko Nakao ຜູ້ອໍານວຍການທະນາຄານ ADB ໃຫ້ຮູ້ວ່າ ຜ່ານກົນໄກໃໝ່ນີ້, ທະນາຄານ ADB “ຈະໜູນຊ່ວຍລັດຖະບານບັນດາປະເທດ ອາຊຽນ ພັດທະນາບັນດາໂຄງການພື້ນຖານໂຄງລ່າງຂຽວ ແລະ ເປັນມິດກັບສິ່ງແວດລ້ອມ, ປະກອບສ່ວນຕ້ານການປ່ຽນແປງຂອງດິນຟ້າອາກາດ, ປັບປຸງຄຸນນະພາບຂອງອາກາດ, ນໍ້າ ແລະ ຫຼຸດຜ່ອນການຊຸດໂຊມຂອງສິ່ງແວດລ້ອມໃນພາກພື້ນ”.
 (ແຫຼ່ງຄັດຈາກ VOV)

ງານ​ມະ​ຫາ​ກຳ​​ກິ​ລາ ນະ​ຄອນ​ໂຮ່​ຈີ​ມິນ ມີ​ຂອບ​ຂະ​ໜາດ​ບໍ່​ເຄີຍ​ມີ​ມາ​ກ່ອນ

ງານ​ມະ​ຫາ​ກຳ​​ກິ​ລາ ນະ​ຄອນ​ໂຮ່​ຈີ​ມິນ ມີ​ຂອບ​ຂະ​ໜາດ​ບໍ່​ເຄີຍ​ມີ​ມາ​ກ່ອນ

ງານ​ມະ​ຫາ​ກຳ​ກິ​ລາ ນະ​ຄອນ​ໂຮ່​ຈີ​ມິນ ຄັ້ງ​ທີ 1 ໄດ້​ໄຂ​ຂຶ້ນ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ, ໂດຍ​ມີ​ການ​ເຂົ້າ​ຮ່ວມຂອງ​ນັກ​ກິ​ລາ​ປະ​ມານ 10.000 ຄົນທີ່​ມາ​ຈາກ 168 ຄະ​ນະ​, ເຊິ່ງ​ຈະແຂ່ງ​ຂັນກິ​ລາ 44 ປະ​ເພດ​ລວມ​ມີ 832 ເນື້ອ​ໃນ.

Top