ຂ່າວສານ ອາຊຽນ ແລະ ADB ເລີ່ມເຄື່ອນໄຫວຂໍ້ລິເລີ່ມສະໜັບສະໜູນບັນດາໂຄງການພື້ນຖານໂຄງລ່າງ “ຂຽວ” 06/04/2019 ລັດຖະບານບັນດາປະເທດ ອາຊຽນ ພ້ອມດ້ວຍ ທະນາຄານພັດທະນາອາຊີ (ADB) ແລະ ບັນດາຜູ້ອຸປະຖໍາການພັດທະນາ ໄດ້ເລີ່ມເຄື່ອນໄຫວຂໍ້ລິເລີ່ມ ເພື່ອແນໃສ່ຊຸກຍູ້ເງິນລົງທຶນຫຼາຍກວ່າ 1 ຕື້ USD ເຂົ້າບັນດາໂຄງການພັດທະນາພື້ນຖານໂຄງລ່າງຢູ່ 10 ປະເທດ ອາຊຽນ. ວັນທີ 04 ເມສາ, ລັດຖະບານບັນດາປະເທດ ອາຊຽນ ພ້ອມດ້ວຍ ທະນາຄານພັດທະນາອາຊີ (ADB) ແລະ ບັນດາຜູ້ອຸປະຖໍາການພັດທະນາ ໄດ້ເລີ່ມເຄື່ອນໄຫວຂໍ້ລິເລີ່ມ ເພື່ອແນໃສ່ຊຸກຍູ້ເງິນລົງທຶນຫຼາຍກວ່າ 1 ຕື້ USD ເຂົ້າບັນດາໂຄງການພັດທະນາພື້ນຖານໂຄງລ່າງຢູ່ 10 ປະເທດ ອາຊຽນ. ຂໍ້ລິເລີ່ມກົນໄກການເງິນພື້ນຖານໂຄງລ່າງ ຂຽວ ອາຊຽນ ໄດ້ເລີ່ມຕົ້ນຢູ່ກອງປະຊຸມຂອງບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງອາຊຽນ ທີ່ໄດ້ດໍາເນີນໃນລະຫວ່າງວັນທີ 04 – 05 ເມສາ ຢູ່ນະຄອນຊຽງຣາຍ, ທາງພາກເໜືອຂອງໄທ. ກົນໄກໃໝ່ດັ່ງກ່າວ ຈະສະໜອງບ້ວງເງິນກູ້ຢືມ ແລະໜູນຊ່ວຍທາງດ້ານເຕັກນິກທີ່ຈໍາເປັນໃຫ້ແກ່ບັນດາໂຄງການພື້ນຖານໂຄງລ່າງ “ຂຽວ”. ທ່ານ Takehiko Nakao ຜູ້ອໍານວຍການທະນາຄານ ADB ໃຫ້ຮູ້ວ່າ ຜ່ານກົນໄກໃໝ່ນີ້, ທະນາຄານ ADB “ຈະໜູນຊ່ວຍລັດຖະບານບັນດາປະເທດ ອາຊຽນ ພັດທະນາບັນດາໂຄງການພື້ນຖານໂຄງລ່າງຂຽວ ແລະ ເປັນມິດກັບສິ່ງແວດລ້ອມ, ປະກອບສ່ວນຕ້ານການປ່ຽນແປງຂອງດິນຟ້າອາກາດ, ປັບປຸງຄຸນນະພາບຂອງອາກາດ, ນໍ້າ ແລະ ຫຼຸດຜ່ອນການຊຸດໂຊມຂອງສິ່ງແວດລ້ອມໃນພາກພື້ນ”. (ແຫຼ່ງຄັດຈາກ VOV)

ລັດຖະບານບັນດາປະເທດ ອາຊຽນ ພ້ອມດ້ວຍ ທະນາຄານພັດທະນາອາຊີ (ADB) ແລະ ບັນດາຜູ້ອຸປະຖໍາການພັດທະນາ ໄດ້ເລີ່ມເຄື່ອນໄຫວຂໍ້ລິເລີ່ມ ເພື່ອແນໃສ່ຊຸກຍູ້ເງິນລົງທຶນຫຼາຍກວ່າ 1 ຕື້ USD ເຂົ້າບັນດາໂຄງການພັດທະນາພື້ນຖານໂຄງລ່າງຢູ່ 10 ປະເທດ ອາຊຽນ. ວັນທີ 04 ເມສາ, ລັດຖະບານບັນດາປະເທດ ອາຊຽນ ພ້ອມດ້ວຍ ທະນາຄານພັດທະນາອາຊີ (ADB) ແລະ ບັນດາຜູ້ອຸປະຖໍາການພັດທະນາ ໄດ້ເລີ່ມເຄື່ອນໄຫວຂໍ້ລິເລີ່ມ ເພື່ອແນໃສ່ຊຸກຍູ້ເງິນລົງທຶນຫຼາຍກວ່າ 1 ຕື້ USD ເຂົ້າບັນດາໂຄງການພັດທະນາພື້ນຖານໂຄງລ່າງຢູ່ 10 ປະເທດ ອາຊຽນ. ຂໍ້ລິເລີ່ມກົນໄກການເງິນພື້ນຖານໂຄງລ່າງ ຂຽວ ອາຊຽນ ໄດ້ເລີ່ມຕົ້ນຢູ່ກອງປະຊຸມຂອງບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງອາຊຽນ ທີ່ໄດ້ດໍາເນີນໃນລະຫວ່າງວັນທີ 04 – 05 ເມສາ ຢູ່ນະຄອນຊຽງຣາຍ, ທາງພາກເໜືອຂອງໄທ. ກົນໄກໃໝ່ດັ່ງກ່າວ ຈະສະໜອງບ້ວງເງິນກູ້ຢືມ ແລະໜູນຊ່ວຍທາງດ້ານເຕັກນິກທີ່ຈໍາເປັນໃຫ້ແກ່ບັນດາໂຄງການພື້ນຖານໂຄງລ່າງ “ຂຽວ”. ທ່ານ Takehiko Nakao ຜູ້ອໍານວຍການທະນາຄານ ADB ໃຫ້ຮູ້ວ່າ ຜ່ານກົນໄກໃໝ່ນີ້, ທະນາຄານ ADB “ຈະໜູນຊ່ວຍລັດຖະບານບັນດາປະເທດ ອາຊຽນ ພັດທະນາບັນດາໂຄງການພື້ນຖານໂຄງລ່າງຂຽວ ແລະ ເປັນມິດກັບສິ່ງແວດລ້ອມ, ປະກອບສ່ວນຕ້ານການປ່ຽນແປງຂອງດິນຟ້າອາກາດ, ປັບປຸງຄຸນນະພາບຂອງອາກາດ, ນໍ້າ ແລະ ຫຼຸດຜ່ອນການຊຸດໂຊມຂອງສິ່ງແວດລ້ອມໃນພາກພື້ນ”. (ແຫຼ່ງຄັດຈາກ VOV)