• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ລັດເຊຍ ເຫັນດີເປັນເອກະພາບເພີ່ມທະວີການເຊື່ອມຕໍ່ລະຫວ່າງ ອາຊຽນ ກັບ EAEU

ເມື່ອເຕື້ອງເຖິງບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍ, ບັນດາການນຳໄດ້ແລກປ່ຽນການກຳນົດທິດ ແລະ ມາດຕະການຍູ້ແຮງການເຊື່ອມໂຍງ ອາຊີ - ເອີລົບ.
ກອງປະຊຸມສຸດຍອດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ລັດເຊຍ (ພາບ: TTXVN)

ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ​ສະ​ເຫ​ຼີມ​ສະ​ຫຼອງ 35 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ ອ​າ​ຊຽນ - ລັດ​ເຊຍ, ຈັດ​ຂຶ້ນ​ຢູ່ Kazan, ສະ​ຫະ​ພັນ ລັດ​ເຊຍ, ຕອນ​ທ່ຽງ​ວັນ​ທີ 18 ມິ​ຖຸ​ນາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ພ້ອ​ມ​ກັບ​ບັນ​ດາ​ການ​ນຳ ອາ​ຊຽນ ​ໄດ້ເຂົ້າ​ຮ່ວມ​ການ​ຮັບ​ປະ​ກັນ​ປະ​ທານ​ອາ​ຫານ​ທ່ຽ​ງ ແລະ ເຮັດ​ວຽກ ໂດຍ​ທ່ານ​ Vladimir Putin, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ເປັນ​ປະ​ທານ, ດ້ວຍ​ຫົວ​ຂໍ້ “ການ​ເຊືີ່ອມ​ໂຍງ ອາ​ຊີ - ເອີ​ລົບ”.

ເມື່ອ​ເຕື້ອງ​ເຖິງ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຕ່​ລະ​ຝ່າຍ, ບັນ​ດາ​ການ​ນຳ​ໄດ້​ແລກ​ປ່ຽນ​ການ​ກຳ​ນົດ​ທິດ ແລະ ມາ​ດ​ຕະ​ການ​ຍູ້​ແຮງ​ການ​ເຊື່ອມ​ໂຍງ ອາ​ຊີ - ເອີ​ລົບ. ຕາມນັ້ນ​ແລ້ວ, ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ, ບັນ​ດາ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ ອາ​ຊຽນ ແລະ ສຳ​ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ (EAEU), ສະ​ເໜີ​ຊຸກ​ຍູ້​ການ​ຫັນ​ການ​ຄ້າ, ພາ​ສີ, ການ​ຄ້າ​ເອ​ເລັກ​ໂຕ​ນິກ, ອາຍ​​ແກັດ​ທຳ​ມະ​ຊາດ​ເຫຼວ (LNG), ໄຟ​ຟ້ານິວ​ເຄຼຍ​ພົນ​ລະ​ເຮືອນ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່… ໃຫ້​​ເປັນ​ສະ​ດວກ. ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ຂົນ​ສົ່ງ, ບັນ​ດາ​ປະ​ເທດ​ສະ​ເໜີ​ຕ້ອງ​ຂຸດ​ຂົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ບັນ​ດາ​ເສັ້ນ​ທາງ​ຂົນ​ສົ່ງ​ຍຸດ​ທະ​ສາດຢ່າງ​ສຸດ​ຂີດ, ຄື: ເສັ້ນ​ທາງ​ຂົນ​ສົ່ງ​ສາ​ກົນ ເໜືອ - ໃຕ້ (INSTC), ບັນ​ດາ​ເສັ້ນ​ທາງ​ລົດ​ໄຟ​ຂ້າມ ອາ​ຊີ ແລະ ຂ້າມ Siberia, ເສັ້ນ​ທາງ​ທະ​ເລ ອັກ​ລັງ​ຕິກ​ເໜືອ… ເພື່ອ​ຫຼຸດ​ຜ່ອນ​ເວ​ລາ​ຂົນ​ສົ່ງ, ຫຼຸດ​ຜ່ອນ​ລາຍ​ຈ່າຍ logistics ແລະ ເພີ່ມ​ທະ​ວີ​ຄວາມ​ທົນ​ທານ​ຂອງ​ລະ​ບົບ​ສະ​ໜອງ​ພາກ​ພື້ນ.

(ແຫຼ່ງຄັດຈາກ VOV)

ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ຕໍ່ ອາ​ຊຽນ - ລັດ​ເຊຍ

ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ຕໍ່ ອາ​ຊຽນ - ລັດ​ເຊຍ

ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນຫຼາຍ​ຢ່າງ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງກອງ​ປະ​ຊຸມ. ໃນ​ນັ້ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃນ​ກິດ​ຈະ​ກຳ​ຕ່າງໆ​ທີ່​ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ນັ້ນ, ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ຫຼາຍ​ຢ່າງເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ, ດຸ່ນ​ດ່ຽງ ແລະ ຍືນ​ຍົງ​ກວ່າ.

Top