• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ເພີ່ມທະວີບົດບາດຂອງເພດຍິງໃນວຽກງານປ້ອງກັນ, ຕ້ານການປະທະກັນ

      ດ້ວຍມູນຄ່າທັງໝົດ 8,5 ລ້ານ CAD (ປະມານ 6,36 ລ້ານ USD   ໂດຍອົງການຄົ້ນຄວ້າບັນດາບັນຫາທົ່ວໂລກ ການາດາ ອຸປະຖຳ, ໂຄງການ “ມອບສິດໃຫ້ແກ່ແມ່ຍິງເພື່ອສັນຕິພາບແບບຍືນຍົງ: ສະກັດກັ້ນການໃຊ້ຄວາມຮຸນແຮງ ແລະ ຊຸກຍູ້ການຮ່ວມສຳພັນກັບໃນສັງຄົມໃນ ອາຊຽນ” ມີຈຸດປະສົງໜູນຊ່ວຍ ອາຊຽນ ແລະ ວິວັດການປະຕິບັດແຜນການດຳເນີນງານ ອາຊຽນ - ການາດາ ໄລຍະ 2021 – 2025. 
ບັນດາຜູ້ແທນເຂົ້າຮ່ວມພິທີເລີ່ມດໍາເນີນໂຄງການ (ພາບ:ASEAN News)
      ອາຊຽນ, ການາດາ ແລະ ອົງການ ສະເໝີພາບ ລະຫວ່າງ ຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ຂອງ ສປຊ (UN Women) ຫາກໍເລີ່ມດຳເນີນໂຄງການທີ່ແກ່ຍາວເປັນເວລາ  5 ປີ ເພື່ອແນ່ໃສ່ເປີດກວ້າງ ແລະ ເພີ່ມທະວີບົດບາດນຳພາ ກໍຄືການເຂົ້າຮ່ວມຂອງແມ່ຍິງໃນວຽກງານປ້ອງກັນ, ຕ້ານ, ແກ້ໄຂ ແລະ ຟື້ນຟູ ພາຍຫຼັງການປະທະກັນ. ດ້ວຍມູນຄ່າທັງໝົດ 8,5 ລ້ານ CAD (ປະມານ 6,36 ລ້ານ USD   ໂດຍອົງການຄົ້ນຄວ້າບັນດາບັນຫາທົ່ວໂລກ ການາດາ ອຸປະຖຳ, ໂຄງການ “ມອບສິດໃຫ້ແກ່ແມ່ຍິງເພື່ອສັນຕິພາບແບບຍືນຍົງ: ສະກັດກັ້ນການໃຊ້ຄວາມຮຸນແຮງ ແລະ ຊຸກຍູ້ການຮ່ວມສຳພັນກັບໃນສັງຄົມໃນ ອາຊຽນ” ມີຈຸດປະສົງໜູນຊ່ວຍ ອາຊຽນ ແລະ ວິວັດການປະຕິບັດແຜນການດຳເນີນງານ ອາຊຽນ - ການາດາ ໄລຍະ 2021 – 2025 ດ້ວຍການໜູນຊ່ວຍຂອງ UN Women. ໂຄງການດັ່ງກ່າວກໍສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອາຊຽນ ແລະ ການາດາ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຕອບສະໜອງຄຳຮຽກຮ້ອງກ່ຽວກັບການມອບສິດໃຫ້ແກ່ແມ່ຍິງ ເພື່ອນຳພາ ແລະ ເຂົ້າຮ່ວມການສ້າງສັນຕິພາບ ແລະ ພັດທະນາ./.
(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top