
ພະນັກງານ ກູ້ໄພຄົ້ນຫາຜູ້ປະສົບເຄາະຮ້າຍພາຍຫຼັງເຫດແຜ່ນດິນໄຫວຢູ່ Palu ອິນໂດເນເຊຍ
(ພາບ: TTXVN)
ກ່າວຄຳເຫັນທີ່ພິທີ ເຊິ່ງໄດ້ຈັດຕັ້ງທາງອອນລາຍ, ທ່ານນາງ Adelina Kamal ຜູ້ອຳນວຍການຝ່າຍບໍລິຫານ AHA ໃຫ້ຮູ້ວ່າ ໂຄງການໜູນຊ່ວຍໄພພິບັດທຳມະຊາດດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກ ຟີລິບປິນ ແລະ ບຣູໄນ. ໂຄງການໄດ້ສຳເລັດໃນເດືອນມີນາທີ່ຜ່ານມາພາຍຫຼັງດຳເນີນການກໍ່ສ້າງມາເປັນເວລາ 8 ເດືອນ ແລະ ໄດ້ຕັ້ງຊື່ວ່າ “ໝູ່ບ້ານ ອາຊຽນ”. ທ່ານ Hidayat ເຈົ້າຄອງນະຄອນ Palu ເນັ້ນໜັກວ່າ: “ໝູ່ບ້ານ ອາຊຽນ” ໄດ້ກຳເນີດເກີດຂຶ້ນແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມລວມເພື່ອແນໃສ່ແກ້ໄຂຄວາມຕ້ອງການທາງດ້ານເຮືອນຢູ່ໃຫ້ປະຊາຊົນຜູ້ໂລກດີລອດມາໄດ້ຈາກເຫດໄພແຜ່ນດິນໄຫວ ແລະ ຄື້ນຟອງຍັກໃນປີ 2018
(ແຫຼ່ງຄັດຈາກ VOV)